ຂະແໜງກະສິກຳ ຫວຽດນາມ ຮັກສາລະດັບການເຕີບໂຕ

(VOVWORLD) - ລະດັບການສົ່ງອອກບັນດາປະເພດສິນຄ້າຍັງຮັກສາໄດ້ລະດັບພໍສົມຄວນດີ ເມື່ອທຽບໃສ່ປີ 2018 ແລະ ຕົວເລກຄາດໝາຍການສົ່ງອອກທົ່ວປີບັນລຸ 43 ຕື້ USD.
ຂະແໜງກະສິກຳ ຫວຽດນາມ ຮັກສາລະດັບການເຕີບໂຕ - ảnh 1 ທີ່ການພົບປະກັບສື່ມວນຊົນ (ພາບ: BNEWS/TTXVN)

  ທີ່ການພົບປະກັບສື່ມວນຊົນໃນຕອນບ່າຍວັນທີ 17 ມິຖຸນາ, ທ່ານຮອງລັດຖະມົນຕີກະຊວງ ກະສິກຳ ແລະ ພັດທະນາຊົນນະບົດ ຟູ່ງດຶ໊ກຕ໊ຽນ ໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີ 2019, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງກໍ່ຕາມ ແຕ່ເບິ່ງລວມແລ້ວ ທົ່ວຂະແໜງກະສິກຳຍັງຮັກສາໄດ້ທ່າເຕີບໂຕດີ. ລະດັບຄວາມໄວເພີ່ມມູນຄ່າການຜະລິດໃນທົ່ວຂະແໜງກະສິກຳໃນ 6 ເດືອນ ຄາດວ່າບັນລຸປະມານ 2,7 – 2,9% ເມື່ອທຽບໃສ່ກັບໄລຍະດຽວກັນປີ 2018; ໃນນັ້ນ ສິນໃນນ້ຳເພີ່ມຂຶ້ນ 6,5%. ຕາມທ່ານຮອງລັດຖະມົນຕີ ຟູ່ງດຶ໊ກຕ໊ຽນ ແລ້ວ, ລະດັບການສົ່ງອອກບັນດາປະເພດສິນຄ້າຍັງຮັກສາໄດ້ລະດັບພໍສົມຄວນດີ ເມື່ອທຽບໃສ່ປີ 2018 ແລະ ຕົວເລກຄາດໝາຍການສົ່ງອອກທົ່ວປີບັນລຸ 43 ຕື້ USD ເຖິງວ່າເປັນການຍາກ ແຕ່ກໍ່ສາມາດປະຕິບັດໄດ້. ຂະແໜງກະສິກຳກໍ່ເພີ່ມອັດຕາປະລິມານສິນຄ້າທີ່ມີຄຸນນະພາບສູງໃນຍອດປະລິມານການຜະລິດ ແລະ ສິນຄ້າສົ່ງອອກ. ຍອດວົງເງິນສົ່ງອອກຜະລິດຕະພັນກະສິກຳ, ເຄື່ອງປ່າຂອງດົງ, ສິນໃນນ້ຳ 6 ເດືອນຕົ້ນປີ ຄາດວ່າບັນລຸເກືອບ 20 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ