ຂະ​ແໜງ​ກະ​ສິ​ກຳ​ສູ້​ຊົນ ​ປີ 2021 ​ ​ບັນ​ລຸການ​ເຕີບ​ໂຕ​ໃຫ້​ໄດ້​ລະ​ດັບ 3%

(VOVWORLD) -   ຕອນບ່າຍວັນທີ 24 ທັນວາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມອອນລາຍ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ສະຫຼຸບໜ້າທີ່ ປີ 2020, ຜັນຂະຫຍາຍໜ້າທີ່ປີ 2021.
ຂະ​ແໜງ​ກະ​ສິ​ກຳ​ສູ້​ຊົນ ​ປີ 2021 ​ ​ບັນ​ລຸການ​ເຕີບ​ໂຕ​ໃຫ້​ໄດ້​ລະ​ດັບ 3% - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ (ພາບ: VGP)

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຖືວ່າ ໃນສະພາບຫຍຸ້ງຍາກພິເສດຄືປີ 2020, ຂະແໜງກະສິກຳ, ຊາວກະສິກອນ, ຊົນນະບົດ ສືບຕໍ່ສະແດງໃຫ້ເຫັນເປັນຂົງເຂດສຳຄັນຂອງພື້ນຖານເສດຖະກິດ. ໃນທ່ວງທ່ານັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຕັ້ງເປົ້າໝາຍໃຫ້ຂະແໜງກະສິກຳ ກ່ຽວກັບການສົ່ງອອກໃຫ້ບັນລຸໄດ້ 44 ຕື້ USD ໃນປີ 2021. ດ້ວຍໝາກຜົນດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຖືວ່າ ຂະແໜງກະສິກຳ ຫວຽດນາມ ມີການພັດທະນາເປັນໜ້າເອກອ້າງທະນົງໃຈ ໂດຍສະເພາະ ໃນສະພາບການໂລກ ມີຜູ້ອຶດຫິວຍ້ອນໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ - 19 ເກືອບ 1 ຕື້ ຄົນ. ທ່ານກ່າວວ່າ:

        “ນີ້ແມ່ນປີທີ່ປະສົບຜົນສຳເລັດດ້ວຍຈຸດພົ້ນເດັ່ນຢ່າງຮອບດ້ານ. ໃນຄວາມຫຍຸ້ງຍາກນັ້ນ, ອີກຄັ້ງໜຶ່ງ, ຂະແໜງກະສິກຳ ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດສຳຄັນໃນການຄ້ຳປະກັນສະບຽງອາຫານແຫ່ງຊາດ, ສືບຕໍ່ກູ້ເອົາພື້ນຖານເສດຖະກິດ. ໃນປີ 2020, ຂະແໜງກະສິກຳ ຫວຽດນາມ ໄດ້ຮັບມືກັບໂລກລະບາດ, ໄພທຳມະຊາດ ໄດ້ເປັນຢ່າງດີ, ການຜະລິດຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຍັງສືບຕໍ່ພັດທະນາ ແລະ ຮັບປະກັນແຫຼ່ງສະໜອງອຸປະໂພກບໍລິໂພກໃຫ້ປະຊາຊົນເກືອບ 100 ລ້ານຄົນ ແລະ ພິເສດແມ່ນຮັບໃຊ້ໃຫ້ແກ່ການສົ່ງອອກ”.

ຕອບກັບ

ຂ່າວ/ບົດ​ອື່ນ