ຂະ​ແໜງການ​ທູດ ສືບ​ຕໍ່​ແມ່ນ​ກຳ​ລັງ​ຫຼວງ, ປະຈັນບານ ໃນ​ແນວ​ຮົບ​ການ​ພົວ​ພັນ​ຕ່າງ​ປະ​ເທດ

(VOVWORLD) -ຂະແໜງການທູດ ໄດ້ເປັນເສນາທິການໃຫ້ແກ່ພັກ ແລະ ລັດ, ມີແຜນນະໂຍບາຍເຂົ້າຮ່ວມຫຼາຍການເຊື່ອມຕໍ່ດ້ານເສດຖະກິດສາກົນ, ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການເຈລະຈາ ແລະ ມາຮອດປັດຈຸບັນ ຫວຽດນາມ ໄດ້ລົງນາມສັນຍາການຄ້າເສລີ ສອງຝ່າຍ (FTA) 15 ສະບັບ.
ຂະ​ແໜງການ​ທູດ ສືບ​ຕໍ່​ແມ່ນ​ກຳ​ລັງ​ຫຼວງ, ປະຈັນບານ ໃນ​ແນວ​ຮົບ​ການ​ພົວ​ພັນ​ຕ່າງ​ປະ​ເທດ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ຕອບສຳພາດຕໍ່ນັກຂ່າວ (ພາບ: VOV)

ກອງປະຊຸມການຕ່າງປະເທດຄັ້ງທີ 31 ໄດ້ດຳເນີນໃນລະຫວ່າງວັນທີ 10 - 18 ທັນວາ ຢູ່ຮ່າໂນ້ຍ. ໂດຍຕອບສຳພາດຕໍ່ສື່ມວນຊົນເນື່ອງໃນໂອກາດເຫດການນີ້, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ຢັ້ງຢືນວ່າ ຫວນຄືນໄລຍະປະຫວັດສາດປະຕິວັດ ຫວຽດນາມ, ຂະແໜງການທູດ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ, ພິເສດແມ່ນໃນພາລະກິດແຫ່ງການປ່ຽນແປງໃໝ່, ປະກອບສ່ວນເຂົ້າໃນການ ສ້າງສາປະເທດ, ກຳລັງບົ່ມຊ້ອນ, ທີ່ຕັ້ງ ແລະ ອິດທິພົນສາກົນ ຂອງ ປະເທດຊາດ. ທ່ານກ່າວວ່າ:

ຂົງເຂດການຕ່າງປະເທດໄດ້ເປີດກວ້າງ ແລະ ນຳການພົວພັນກັບຫຼາຍຄູ່ຮ່ວມມືໃຫ້ນັບມື້ນັບເຂົ້າສູ່ລວງເລິກ. ມາຮອດປັດຈຸບັນ, ຫວຽດນາມ ມີການພົວພັນທາງການທູດ ກັບ 189 ປະເທດ, ການພົວພັນດ້ານເສດຖະກິດ - ການຄ້າ ກັບຫຼາຍກ່ວາ 230 ປະເທດ ແລະ ເຂດແຄ້ວນ, ມີການພົວພັນຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານກັບ 30 ປະເທດ. ນອກຈາກນັ້ນ, ກໍ່ຍາດແຍ່ງສະພາບແວດລ້ອມສາກົນ ທີ່ມີຄວາມສະດວກ ເພື່ອລະດົມບັນດາແຫຼ່ງກຳລັງພາຍນອກ ມາຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ.

ຂະແໜງການທູດ ໄດ້ເປັນເສນາທິການໃຫ້ແກ່ພັກ ແລະ ລັດ, ມີແຜນນະໂຍບາຍເຂົ້າຮ່ວມຫຼາຍການເຊື່ອມຕໍ່ດ້ານເສດຖະກິດສາກົນ, ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການເຈລະຈາ ແລະ ມາຮອດປັດຈຸບັນ ຫວຽດນາມ ໄດ້ລົງນາມສັນຍາການຄ້າເສລີ ສອງຝ່າຍ (FTA) 15 ສະບັບ. ການຕ່າງປະເທດກໍ່ນຳໜ້າໃນການສ້າງຕັ້ງ ແລະ ປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ພ້ອມທັງແມ່ນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ…

ໃນຂອບເຂດກອງປະຊຸມການຕ່າງປະເທດຄັ້ງທີ 31, ໄດ້ດຳເນີນກອງປະຊຸມການພົວພັນຕ່າງປະເທດທົ່ວປະເທດຄັ້ງທີ 20 ແບບທາງໄກ ສົມທົບໂດຍກົງ. ກອງປະຊຸມແມ່ນໂອກາດສຳຄັນ ເພື່ອໃຫ້ບັນດາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ ແລະ ບັນດາທ້ອງຖິ່ນ ຕີລາຄາຢ່າງຮອບດ້ານ, ຖອດຖອນບົດຮຽນປະສົບການຈາກພຶດຕິກຳຕົວຈິງ ຜັນຂະຫຍາຍວຽກງານພົວພັນຕ່າງປະເທດຢູ່ທ້ອງຖິ່ນໃນໄລຍະຜ່ານມາ, ເຫັນດີເປັນເອກະພາບຕໍ່ທິດທາງ, ໜ້າທີ່, ມາດຕະການຍູ້ແຮງ ແລະ ຍົກສູງວຽກງານພົວພັນຕ່າງປະເທດຢູ່ທ້ອງຖິ່ນ ຢ່າງມີປະສິດທິຜົນ ເພື່ອຕອບສະໜອງການພັດທະນາເສດຖະກິດ - ສັງຄົມ ຂອງ ບັນດາທ້ອງຖິ່ນ ໃນໄລຍະໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ