ຂະແໜງຕ່ຳແຜ່ນຕັດຫຍິບ ອາຊຽນ, ຈີນ ແລະ ຮົ່ງກົງ (ຈີນ) ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືສະບັບທຳອິດ

(VOVWORLD) - ອາຊຽນ ສາມາດຮ່ວມມືກັບ ຈີນ ແລະ ຮົ່ງກົງ ກ່ຽວກັບການປ່ຽນແປງໃໝ່, ເຕັກໂນໂລຊີ ເພື່ອຍົກສູງສະມັດຕະພາບ, ໃນຂະນະທີ່ ຈີນ ແລະ ຮົ່ງກົງ ເລັ່ງໃສ່ຕະຫຼາດ ອາຊຽນ ເພື່ອຊຸກຍູ້ຕະຫຼາດສົ່ງອອກ.
ຂະແໜງຕ່ຳແຜ່ນຕັດຫຍິບ ອາຊຽນ, ຈີນ ແລະ ຮົ່ງກົງ (ຈີນ) ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືສະບັບທຳອິດ - ảnh 1(ພາບປະກອບ)

        ວັນທີ 21 ມີນາ, ຢູ່ ຮົ່ງກົງ (ຈີນ), ສະພາຕ່ຳແຜ່ນຕັດຫຍິບແຫ່ງຊາດ ຈີນ, ສະຫະພັນອຸດສາຫະກຳຕ່ຳແຜ່ນຕັດຫຍິບ ອາຊຽນ, ສະຫະສະມາຄົມອຸດສາຫະກຳຕ່ຳແຜ່ນຕັດຫຍິບເຂດປົກຄອງພິເສດ ຮົ່ງກົງ (ຈີນ) ແລະ ຫ້ອງການການຄ້າຕ່ຳແຜ່ນຕັດຫຍິບ ຮົ່ງກົງ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ໂດຍຊ່ອງໜ້າການນຳວິສາຫະກິດ 150 ທ່ານທີ່ມາຈາກ ອາຊຽນ, ຈີນ ແລະ ຮົ່ງກົງ.

        ຢູ່ທີ່ນີ້, ທ່ານປະທານສະຫະພັນອຸດສາຫະກຳຕ່ຳແຜ່ນຕັດຫຍິບ ອາຊຽນ Albert Tan ໃຫ້ຮູ້ວ່າ, ອາຊຽນ ສາມາດຮ່ວມມືກັບ ຈີນ ແລະ ຮົ່ງກົງ ກ່ຽວກັບການປ່ຽນແປງໃໝ່, ເຕັກໂນໂລຊີ ເພື່ອຍົກສູງສະມັດຕະພາບ, ໃນຂະນະທີ່ ຈີນ ແລະ ຮົ່ງກົງ ເລັ່ງໃສ່ຕະຫຼາດ ອາຊຽນ ເພື່ອຊຸກຍູ້ຕະຫຼາດສົ່ງອອກ. ເລື່ອງເຊັນບົດບັນທຶກຊ່ວຍຈຳແມ່ນຂີດໝາຍສຳຄັນ, ຈາກນັ້ນ, ຊຸກຍູ້ການຮ່ວມມື 3 ຝ່າຍຫຼາຍກວ່າອີກ ໃນຂົງເຂດການຄ້າ, ພັດທະນາອຸດສາຫະກຳ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ຫຼາຍຂົງເຂດອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ