ຂະ​ແໜງ​ຕ່ຳ​ແຜ່ນ​ຕັດ​ຫຍິບ ແລະ ເກີບ​ໜັງ​ຕັ້ງ​ຄວາມຫວັງ​ຕໍ່​ສັນ​ຍາ UKVFTA

(VOVWORLD) -ຕາມກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລ້ວ, ປັດຈຸບັນສິນຄ້າຂອງ ຫວຽດນາມ ກວມເອົາສ່ວນໜ້ອຍ ພຽງແຕ່ 1% ໃນຍອດວົງເງິນການນຳເຂົ້າສິນຄ້າເກືອບ 700 ຕື້ USDໃນແຕ່ລະປີຂອງ ອັງກິດ. ດັ່ງນັ້ນ, ດ້ວຍ UKVFTA, ວິສາຫະກິດຫວຽດນາມຈະມີທ່າໄດ້ປ່ຽບເພື່ອນຳສົ່ງສິນຄ້າໄປຍັງອັງກິດ
ຂະ​ແໜງ​ຕ່ຳ​ແຜ່ນ​ຕັດ​ຫຍິບ ແລະ ເກີບ​ໜັງ​ຕັ້ງ​ຄວາມຫວັງ​ຕໍ່​ສັນ​ຍາ UKVFTA - ảnh 1ຜະຕິດເຄື່ອງຕັດຫຍິບຢູ່ບໍລິສັດຫຸ້ນສ່ວນຕັດຫຍິບ ຕຽນຮືງ (ພາບ: TTXVN)

ສັນຍາການຄ້າເສລີ ຫວຽດນາມ - ລາຊະອານາຈັກ ອັງກິດ (UKVFTA) ຫາກໍ່ສຳເລັດການເຈລະຈາ ແລະ ຄາດວ່າຈະມີຜົນສັກສິດນັບແຕ່ຕົ້ນປີ 2021 ເປັນຕົ້ນໄປ. ຕາມບັນດາວິສາຫະກິດ ຕ່ຳແຜ່ນຕັດຫຍິບ, ເກີບໜັງແລ້ວ, ສັນຍາດັ່ງກ່າວຈະສ້າງຫຼາຍກາລະໂອກາດໃນການສົ່ງອອກສິນຄ້າຕື່ມອີກ, ຍູ້ແຮງການຄ້າ ເຂົ້າຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງນີ້. ຕາມກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລ້ວ, ປັດຈຸບັນສິນຄ້າຂອງ ຫວຽດນາມ ກວມເອົາສ່ວນໜ້ອຍ ພຽງແຕ່ 1% ໃນຍອດວົງເງິນການນຳເຂົ້າສິນຄ້າເກືອບ 700 ຕື້ USDໃນແຕ່ລະປີຂອງ ອັງກິດ. ດັ່ງນັ້ນ, ດ້ວຍ UKVFTA, ວິສາຫະກິດຫວຽດນາມຈະມີທ່າໄດ້ປ່ຽບເພື່ອນຳສົ່ງສິນຄ້າໄປຍັງອັງກິດ, ພິເສດແມ່ນໃນສະພາບການອັງກິດຖອນຕົວອອກຈາກ ສະຫະພາບ ເອີລົບ (EVFTA), ບັນດາບຸລິມະສິດໃນສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ສະຫະພາບເອີລົບ (EVFTA) ຈະບໍ່ໄດ້ນຳໃຊ້ອີກ. ທ່ານ ຫວູດຶກຢາງ, ປະທານສະຫະສະມາຄົມຕ່ຳແຜ່ນຕັດຫຍິບຫວຽດນາມ ຖືວ່າ ພ້ອມກັບບັນດາສັນຍາສະບັບຕ່າງໆຄື ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP), EVFTA ທີ່ໄດ້ຮັບການລົງນາມໃນປີນີ້, UKVFTA ຈະສ້າງພື້ນຖານການຄ້າຢ່າງໝັ້ນແກ່ນກ່ວາເກົ່າ ແລະ ມີການຊ່ວຍເຫຼືອເຊິ່ງກັນແລະກັນໃນຂະແໜງຕ່ຳແຜ່ນຕັດຫຍິບ. ຂະແໜງຕຳແຜ່ນຕັດຫຍິບຫວຽດນາມ ອາດຈະຫັນແຫຼ່ງວັດສະດຸຸເປັນຫຼາຍຮູບແບບ ດ້ວຍການນຳເຂົ້າຈາກຍີ່ປຸ່ນ, ສ.ເກົາຫຼີເພື່ອສົ່ງອອກໄປຍັງອັງກິດ, EU ເຊິ່ງຍັງຄົງໄດ້ຊົມໃຊ້ອັດຕາພາສີບຸລິມະສິດ. ນີ້ແມ່ນທ່າແຮງເຊິ່ງຫຼາຍປະເທດໃນພາກພື້ນອາຊຽນບໍ່ມີ. ກຸ່ມ EU, ອັງກິດ, ຈີນ, ອາເມລິກາ…ຈະແມ່ນບັນດາຕະຫຼາດແຖວໜ້າ ແລະ ສະຫະສະມາຄົມຈະມີບັນດາແຜນການລະອຽດເພື່ອພ້ອມກັບວິສາຫະກິດຍູ້ແຮງການຄ້າ, ການສົ່ງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ