ຂະ​ແໜງ​ຖ່າຍ​ຮູບ ຫວຽດ​ນາມ - 70ປີ​ແຫ່ງ​ການ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊົນຊາດ

(VOVWORLD) -ມາຮອດປັດຈຸບັນ, ສະມາຄົມນັກສິລະປິນ ການຖ່າຍຮູບ ຫວຽດນາມ ມີສະມາຊິກກ່ວາ 1000 ຄົນຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດ. ນີ້ແມ່ນກຳລັງຫຼັກແຫຼ່ງໃນການປະດິດແຕ່ງ, ວາງສະແດງ, ໂຄສະນາພາບພົດ ຫວຽດນາມ ໃຫ້ແກ່ສື່ມວນຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ.
ຂະ​ແໜງ​ຖ່າຍ​ຮູບ ຫວຽດ​ນາມ - 70ປີ​ແຫ່ງ​ການ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊົນຊາດ - ảnh 1ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອການຖ່າຍຮູບ ຫວຽດນາມ (ພາບ: VOV)

ການຖ່າຍຮູບຕ້ອງສະໜິດຕິດແທດກັບການດຳລົງຊີວິດ, ສ່ອງແສງຊີວິດການເປັນຢູ່ຂອງປະຊາຊົນ ໃນການອອກແຮງງານ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ, ເຊື່ອມໂຍງເຂົ້າກັບສາກົນ.ສິ່ງນີ້ໂດຍແມ່ນທ່ານ ຫງວຽນຈ້ອງເຫງຍຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ເນັ້ນໜັກຢູ່ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອການຖ່າຍຮູບ ຫວຽດນາມ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 15 ມີນາ, ຢູ່ຮ່າໂນ້ຍ. ທ່ານ ຫງວຽນຈ້ອງເຫງຍ ຖືວ່າ 70 ປີຜ່ານມາຖານະບົດບາດຂອງພື້ນຖານການຖ່າຍຮູບ ຫວຽດນາມ ບົນເວທີສາກົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ.

ສະມາຄົມນັກສິລະປິນຖ່າຍຮູບ ຫວຽດນາມ ສືບຕໍ່ເສີມຂະຫຍາຍຈິດໃຈສາມັກຄີ, ປ່ຽນແປງໃໝ່, ເສີມຂະຫຍາຍມູນເຊື້ອ 70 ປີແຫ່ງວັນການຖ່າຍຮູບປະຕິວັດ ຫວຽດນາມ, ປັບປຸງຂະບວນການ, ສ້າງສະມາຄົມຕາມທິດຕັ້ງໜ້າ, ມີປະສິດທິຜົນ, ເປັນມືອາຊີບ. ສະມາຄົມຄວນເສີມຂະຫຍາຍບົດບາດຂອງອົງການຈັດຕັ້ງການເມືອງສັງຄົມອາຊີບໃຫ້ເປັນຢ່າງດີ ເພື່ອກຳນົດທິດການປະດິດແຕ່ງໃຫ້ແກ່ສະມາຊິກ, ການຖ່າຍຮູບຕ້ອງມີຄວາມສະໜິດຕິດແທດກັບການດຳລົງຊີວິດ, ສ່ອງແສງ ຊີວິດການເປັນຢູ່ຂອງປະຊາຊົນໃນການອອກແຮງງານ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ, ເຊື່ອມໂຍງເຂົ້າກັບສາກົນ.

ມາຮອດປັດຈຸບັນ, ສະມາຄົມນັກສິລະປິນ ການຖ່າຍຮູບ ຫວຽດນາມ ມີສະມາຊິກກ່ວາ 1000 ຄົນຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດ. ນີ້ແມ່ນກຳລັງຫຼັກແຫຼ່ງໃນການປະດິດແຕ່ງ, ວາງສະແດງ, ໂຄສະນາພາບພົດ ຫວຽດນາມ ໃຫ້ແກ່ສື່ມວນຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ