ຂະແໜງທ່ອງທ່ຽວ ກວາງນິງ ສ້າງຄວາມປະທັບໃຈຕໍ່ແຂກທ່ອງທ່ຽວພາຍໃນ ແລະ ສາກົນ

(VOVWORLD) -ຄາດໝາຍຕ້ອນຮັບແຂກທ່ອງທ່ຽວ ຈໍານວນ 12 ລ້ານເທື່ອຄົນໃນປີທ່ອງທ່ຽວແຫ່ງຊາດ 2018 ຂອງແຂວງກວາງນິງ ແມ່ນນັບມື້ນັບມີຄວາມເປັນໄປໄດ້.

ໃນໄລຍະ 07 ເດືອນຕົ້ນປີ 2018, ແຂວງກວາງນິງຂອງຫວຽດນາມໄດ້ຕ້ອນຮັບແຂກທ່ອງທ່ຽວກວ່າ 8,4 ລ້ານເທື່ອຄົນ, ເພີ່ມຂຶ້ນ 26% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2017; ໃນນັ້ນ, ແຂກທ່ອງທ່ຽວສາກົນບັນລຸກວ່າ 2,8 ລ້ານເທື່ອຄົນ, ເພີ່ມຂຶ້ນ 17%. ຍອດລາຍຮັບຈາກຂະແໜງທ່ອງທ່ຽວບັນລຸກວ່າ 14.000 ຕື້ດົງ. ແຂກທ່ອງທ່ຽວມາຢ້ຽມຢາມແຂວງກວາງນິງເພີ່ມຂຶ້ນສູງ ຍ້ອນວ່າ ປີນີ້ ໃນບໍລິເວນແຂວງໄດ້ຈັດຕັ້ງການເຄື່ອນໄຫວຕ່າງໆໃນລາຍການປີທ່ອງທ່ຽວແຫ່ງຊາດ 2018. ໄປຄຽງຄູ່ກັນນັ້ນ, ແຂວງກວາງນິງ ໄດ້ເພີ່ມທະວີ ການຄຸ້ມຄອງສະພາບແວດລ້ອມດໍາເນີນທຸລະກິດການທ່ອງທ່ຽວຕາມທິດສີວິໄລ ແລະເປັນລະບົບລະບຽບ. ຫວ່າງມໍ່ໆມານີ້, ສະໜາມບິນສາກົນແຂວງກວາງນິງ ໄດ້ປະຕິບັດສໍາເລັດວຽກງານບິນທົດລອງ, ຄາດວ່າ ຈະໄດ້ນໍາເຂົ້າເຄື່ອນໄຫວຮັບໃຊ້ຜູ້ໂດຍສານໃນທ້າຍປີ 2018 ນີ້, ອັນໄດ້ປະກອບສ່ວນເພີ່ມຈໍານວນແຂກທ່ອງທ່ຽວສາກົນໄປຢາມແຂວງກວາງນິງຕື່ມອີກ. ດ້ວຍບັນດາມາດຕະການດັ່ງກ່າວ, ຄາດໝາຍຕ້ອນຮັບແຂກທ່ອງທ່ຽວ ຈໍານວນ 12 ລ້ານເທື່ອຄົນໃນປີທ່ອງທ່ຽວແຫ່ງຊາດ 2018 ຂອງແຂວງກວາງນິງ ແມ່ນນັບມື້ນັບມີຄວາມເປັນໄປໄດ້.


ຕອບກັບ

ຂ່າວ/ບົດ​ອື່ນ