ຂະແໜງທ່ອງທ່ຽວ ດ່າໜັງ ຊອກຫາວິທີຜ່ານຜ່າຄວາມຫຍຸ້ງຍາກໃນໄລຍະເກີດໂລກລະບາດ

(VOVWORLD) -ນະຄອນ ດ່າໜັງ ແມ່ນໜຶ່ງໃນບັນດາສູນທ່ອງທ່ຽວຂອງທົ່ວປະເທດ ຫວຽດນາມ. ປັດຈຸບັນ, ຂະແໜງທ່ອງທ່ຽວ ດ່າໜັງ ພວມຖືກຜົນກະທົບບໍ່ດີ ຕໍ່ໜ້າສະພາບໂລກລະບາດ Covid-19. ຄາດຄະເນວ່າ, ບັນດາວິສາຫະກິດທ່ອງທ່ຽວ, ບັນດາຮາກຖານດຳເນີນທຸລະກິດ, ບໍລິການທ່ອງທ່ຽວ, ການຂົນສົ່ງ…ໃນບໍລິເວນ ດ່າໜັງ ເສຍຫາຍປະມານ 680 ຕື້ດົ່ງ. 
ຂະແໜງທ່ອງທ່ຽວ ດ່າໜັງ ຊອກຫາວິທີຜ່ານຜ່າຄວາມຫຍຸ້ງຍາກໃນໄລຍະເກີດໂລກລະບາດ - ảnh 1 ພາບປະກອບ/ dangcongsan.vn

  ທ່ານ ດ່ວານຫາຍດັງ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນການທ່ອງທ່ຽວ ແລະ ສຳພັດຄົມມະນາຄົມຂົນສົ່ງ ຫວຽດນາມ ສາຂາ ດ່ານັງ ໃຫ້ຮູ້ວ່າ: ກ່ອນອື່ນໝົດ ຄວນສຸມໃສ່ປ້ອງກັນ, ຕ້ານໂລກລະບາດເປັນຕົ້ນຕໍ, ຈາກນັ້ນຈະຍູ້ແຮງການໂຄສະນາ ດ່າໜັງ ແມ່ນສະຖານທີ່ປອດໄພ, ສ້າງຄວາມອຸ່ນອ່ຽນໃຈໃຫ້ແກ່ແຂກທ່ອງທ່ຽວ.

        ປັດຈຸບັນ, ສະຫະສະມາຄົມທ່ອງທ່ຽວ ຫວຽດນາມ ໄດ້ສ້າງຕັ້ງສະຫະພັນກະຕຸກຊຸກຍູ້ການອຸປະສົງແຫ່ງຊາດ, ເລີ່ມຈາກ 4 ທ້ອງຖິ່ນທີ່ຍັງບໍ່ທັນຖືກຜົນສະທ້ອນຈາກໂລກລະບາດ Covid-19 ແມ່ນແຂວງ ດັກລັກ - ຢາລາຍ - ບິ່ງດິງ - ຝູອຽນ, ຕໍ່ໄປຈະແມ່ນກຸ່ມທ້ອງຖິ່ນ ເທື່ອທຽນເຫວ້ - ດ່າໜັງ - ກວາງນາມ. ຕາມທ່ານ ກາວຈິ໊ຢຸງ, ປະທານສະຫະສະມາຄົມທ່ອງທ່ຽວນະຄອນ ດ່າໜັງ ແລ້ວ, ຈາກການຮ່ວມສຳພັນນີ້ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈນຳຂະແໜງທ່ອງທ່ຽວຂອງທ້ອງຖິ່ນຜ່ານຜ່າໄລຍະຫຍຸ້ງຍາກ, ດ່າໜັງ ຈະມີໂອກາດໃຫຍ່ຫລວງ ເພື່ອດຶງດູດແຫຼ່ງແຂກທ່ອງທ່ຽວກັບມາ. ທ່ານ ກາວຈິ໊ຢຸງ ໃຫ້ຮູ້ວ່າ:

        “ລັດຖະບານໄດ້ມີແຜນນະໂຍບາຍຍົກເວັ້ນ ແລະ ຫລຸດຄ່າທຳນຽມເຮັດ ວິຊາ ໃຫ້ແກ່ບາງຕະຫລາດຕົ້ນຕໍ; ໜູນຊ່ວຍສົ່ງເສີມເຂົ້າບັນດາຕະຫລາດໃຫຍ່ ເພື່ອຟື້ນຟູແຫຼ່ງແຂກທ່ອງທ່ຽວ; ສ້າງບັນດາຜະລິດຕະພັນທ່ອງທ່ຽວໃໝ່ໃຫ້ນະຄອນ ດ່າໜັງ. ດ້ວຍສັນຍານເປັນໜ້າປະເອີບໃຈນັ້ນ, ຫວັງວ່າ ປະຊາຄົມວິສາຫະກິດຈະຜ່ານຜ່າຄວາມຫຍຸ້ງຍາກໄດ້.

        ໃນໄລຍະຈະມາເຖິງ, ດ່າໜັງ ຈະເປີດສາຍການບິນສາກົນໃໝ່ໄປຍັງ ລາວ, ລັດເຊຍ ແລະ ອິນເດຍ, ສ້າງກາລະໂອກາດສົ່ງເສີມ, ໂຄສະນາຢູ່ບັນດາຕະຫລາດໃໝ່ ແລະ ມີຄວາມສາມາດບົ່ມຊ້ອນ.

ຕອບກັບ

ຂ່າວ/ບົດ​ອື່ນ