ຂະ​ແໜງ​ທ່ອງ​ທ່ຽວ ຫວຽດ​ນາມ: ສ້າງ​ຮູບ​ແບບ​ຄຸ້ມ​ຄອງ​ລະ​ຫວ່າງ​ຂະ​ແໜງ ສຳ​ລັບ​ເຂດ​ທ່ອງ​ທ່ຽວ ​ແຫ່ງ​ຊາດ

(VOVWORLD) -ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລື, ຕີລາຄາສະພາບການຕົວຈິງ, ຄວາມສາມາດບົ່ມຊ້ອນໃນການພັດທະນາເຂດທ່ອງທ່ຽວແຫ່ງຊາດ.

ວັນທີ 24 ຕຸລາ, ຢູ່ນະຄອນ ຟານທຽດ (ແຂວງບິ່ງທ້ວນ), ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບ ຄະນະກຳມະການປະຊາຊົນແຂວງ ບິ່ງທ້ວນ ສືບຕໍ່ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບ ຮູບແບບຄຸ້ມຄອງເຂດທ່ອງທ່ຽວແຫ່ງຊາດ ໂດຍມີການເຂົ້າຮ່ວມຂອງຜູ້ແທນ ກວ່າ 200 ຄົນ ທີ່ເປັນນັກຊ່ຽວຊານ, ນັກຄົ້ນຄວ້າ, ການນຳພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ບັນດາແຂວງ, ນະຄອນໃນທົ່ວປະເທດ. ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລື, ຕີລາຄາສະພາບການຕົວຈິງ, ຄວາມສາມາດບົ່ມຊ້ອນໃນການພັດທະນາເຂດທ່ອງທ່ຽວແຫ່ງຊາດ; ປະກອບຄຳເຫັນແກ່ຮູບແບບຄຸ້ມຄອງເຂດທ່ອງທ່ຽວແຫ່ງຊາດ ໂດຍກົມໃຫຍ່ທ່ອງທ່ຽວຫວຽດນາມ ນຳສະເໜີ ແລະ ສະເໜີບັນດາຮູບແບບໃໝ່ເພື່ອຄຸ້ມຄອງເຂດທ່ອງທ່ຽວແຫ່ງຊາດໃຫ້ແທດເໝສະ... ບັນດາຄຳເຫັນປະກອບ ໃນກອງປະຊຸມສຳມະນາຄັ້ງນີ້ ຈະແມ່ນພື້ນຖານເພື່ອໃຫ້ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສະເໜີຮູບແບບຄຸ້ມຄອງເຂດທ່ອງທ່ຽວ ແຫ່ງຊາດ ທີ່ແທດເໝາະ ແລະ ລາຍງານຕໍ່ນາຍົກລັດຖະມົນຕີ ຕົກລົງ ເພື່ອແນໃສ່ຍົກສູງປະສິດທິຜົນຂອງວຽກງານຄຸ້ມຄອງເຂດທ່ອງທ່ຽວແຫ່ງຊາດ ກໍຄື ຄຸນນະພາບຂອງຜະລິດຕະພັນການທ່ອງທ່ຽວ, ປະກອບສ່ວນນຳການທ່ອງທ່ຽວ ຫວຽດນາມ ກາຍເປັນຂະແໜງເສດຖະກິດປາຍແຫຼມໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ