ຂະແໜງທ່ອງທ່ຽວ ຮ່າໂນ້ຍ ໂຄສະນາການທ່ອງທ່ຽວໃນຊ່ອງ CNN, ອາເມລິກາ

ຂະແໜງທ່ອງທ່ຽວ ຮ່າໂນ້ຍ ໂຄສະນາການທ່ອງທ່ຽວໃນຊ່ອງ CNN, ອາເມລິກາ - ảnh 1
(ພາບປະກອບ)

(vovworld) - ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ໂຄສະນາ​ໄລຍະ 2017-2018 ກັບ​ໂທລະພາບ CNN, ຂອງ ອາ​ເມ​ລິ​ກາ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ບາດກ້າວ​ບຸກທະລຸ ​ເພື່ອ​ຊ່ວຍ ຮ່າ​ໂນ້ຍ ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ. ​ເພາະວ່າ CNN ​ເປັນ​ໂທລະພາບ​ທີ່​ສະໜອງ​ຂໍ້​ມູນ​ຂ່າວສານ​ໃຫ້​ວິທະຍຸ, ​ໂທລະພາບ 200 ກວ່າ​ແຫ່ງ​ໃນ​ທົ່ວ​ໂລກ. ທ່ານ ​ໂດ​ດິ່ງ​ຮົ່ງ, ຫົວໜ້າ​ພະ​ແນ​ກທ່ອງ​ທ່ຽວ ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຢາກ​ໃຫ້​ຜູ້​ຊົມ​ໂທລະພາບ CNN ຮູ້ຈັກ​ເຖິງ ຮ່າ​ໂນ້ຍ, ໝາກ​ຫົວ​ໃຈ​ຂອງ ຫວຽດນາມ, ​ແມ່ນ​ແຫ່ງ​​ເຕົ້າ​ໂຮມ​ວັດທະນະທຳ​ທີ່ຍອດ​ຍິ່ງຂອງ ຫວຽດນາມ. ຊາວ ຫວຽດນາມ​ມີ​ຄວາມ​ສະໜິດສະໜົມ, ຮັກ​ແພງ​ແຂກ​ຄົນ. ພິ​ເສດ​ແມ່ນ​ຕິ​ດພັນ​ກັບ​ສະຖານ​ທີ່​ປະຫວັດສາດ, ທັດສະນີ​ຍະ​ພາບທີ່​ສວຍ​ງາມ, ​ເປັນ​ເອກະລັກ​ສະ​ເພາະ​ຂອງ​ນະຄອນຫຼວງ ​ແລະ ຂອງ​ທົ່ວ​ປະ​ເທດ ​ເພື່ອ​ໃຫ້​ເພື່ອນ​ມິດ​ເຫັນ​ໄດ້​ວ່າ ຮ່າ​ໂນ້ຍ ນະຄອນຫຼວງ​ຂອງ​ປະ​ເທດ ຫວຽດນາມ ສວຍ​ງາມ​ທີ່​ສຸດ. ຈາກ​ນັ້ນ​ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ຫວຽດນາມ. ພິ​ເສດ​ແມ່ນ​ຈະ​ເຊື້ອ​ເຊີນ​ບັນດາ​ນັກ​ລົງທຶນ, ບໍ່​ພຽງ​ແຕ່​ໃຫ້ ຮ່າ​ໂນ້ຍ ​ເທົ່າ​ນັ້ນ, ຫາກ​ໃຫ້​ທັງ​ທົ່ວ​ປະ​ເທດ ຫວຽດນາມ ອີກ​ດ້ວຍ“.

ຂ່າວ/ບົດ​ອື່ນ