ຂະແໜງທ່ອງທ່ຽວດ່ານັ້ງກະກຽມບັນດາເງື່ອນໄຂດີທີ່ສຸດໃຫ້ APEC 2017

(VOVWORLD) -ເພື່ອຮັບປະກັນບັນດາເງື່ອນໄຂດີ່ທີ່ສຸດເພື່ອຮັບໃຊ້ APEC 2017, ຂະແໜງທ່ອງທ່ຽວດ່ານັ້ງ ໄດ້ຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງຢູ່ບໍລິເວນແຂວງ.
ຂະແໜງທ່ອງທ່ຽວດ່ານັ້ງກະກຽມບັນດາເງື່ອນໄຂດີທີ່ສຸດໃຫ້ APEC 2017 - ảnh 1 (ພາບປະກອບ: dantri.com.vn)

ມາຮອດປະຈຸບັນ, ພະແນກທ່ອງທ່ຽວນະຄອນດ່ານັ້ງ ໄດ້ປະກາດບັນດາເອກະສານຊີ້ນຳ, ແນະນຳບັນດາໂຮງແຮມກ່ຽວກັບການປັບປຸງທິດທາງແຜນການຈັດແຈງໂຮງແຮມເພື່ອຮັບໃຊ້ສັບປະດາຂັ້ນສູງ, ພ້ອມທັງຮຽກຮ້ອງໃຫ້ໂຮງແຮມຮີບຮັ່ງສ້າງສຳເລັດບັນດາກິດຈະກຳທີ່ໃຫ້ຄຳໝັ້ນສັນຍາໃນວຽກງານຮັບໃຊ້ສັບປະດາຂັ້ນສູງ; ແນະນຳບັນດາໂຮມແຮມກ່ຽວກັບການຍົກສູງຄຸນນະພາບການບໍລິການ ແລະ ຮັບໃຊ້…  ພະແນກທ່ອງທ່ຽວ ໄດ້ສ້າງລາຍການທ່ອງທ່ຽວ 6 ລາຍການເພື່ອຮັບໃຊ້ຜູ້ແທນ, ນັກຂ່າວທີ່ເຂົ້າຮ່ວມສັບປະດາຂັ້ນສູງ APEC 2017, ລວມມີ ການຢ້ຽມຢາມພູເຂົາເຂດທ່ອງທ່ຽວ ງູ້ແຮ່ງເຊີນ - ຫໍພິພິດຕະພັນເຜົ່າຈຳ, ຢ້ຽມຢາມ ບ່ານ່າ, ຄຸ້ມຖະໜົມເກົ່າໂຮ້ຍອານ… ຄາດວ່າ, ມີຄົນງານປະມານ 13.500 ຄົນຂອງຂະແໜງການບໍລິການໂຮງແຮມຈະຮັບໃຊ້ໃຫ້ບັນດາການນຳ, ນັກການເມືອງ, ວິສາຫະກິດ… ຂອງ 21 ພື້ນຖານເສດຖະກິດສະມາຊິກທີ່ເຂົ້າຮ່ວມເຫດການໃຫຍ່ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ