ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດ​ນາມ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ 5 ລ້ານ​ຄົນ​ໃນ​ປີ 2022

(VOVWORLD) - ວັນທີ 15 ມີນາ ແມ່ນຈຸດເວລາເໝາະສົມ ເພື່ອເປີດປະຕູດຶງດູດແຂກທ່ອງທ່ຽວສາກົນ ຍ້ອນວ່າ ມາຮອດປະຈຸບັນ, ຫວຽດນາມ ໄດ້ປະຕິບັດບັ້ນສັກວັກຊິນກັນໂຄວິດ 19 ເຂັ້ມທີ 3 ເກືອບສຳເລັດແລ້ວ.
ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດ​ນາມ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ 5 ລ້ານ​ຄົນ​ໃນ​ປີ 2022 - ảnh 1

 (ພາບ: TTXVN)

   ລັດຖະບານຫວຽດນາມ ໄດ້ຕົກລົງຈະເປີດປະຕູການທ່ອງທ່ຽວຄືນໃໝ່ ໃນເງື່ອນໄຂເປັນປົກກະຕິໃໝ່ນັບແຕ່ວັນທີ 15 ມີນາປີ 2022, ຊື່ງໄດ້ເປີດ “ໂອກາດທອງ” ໃຫ້ແກ່ການຟື້ນຟູການພັດທະນາທ່ອງທ່ຽວ ໃນໄລຍະເປັນປົກກະຕິໃໝ່. ຂະແໜງທ່ອງທ່ຽວຫວຽດນາມ ພວມມີຄວາມເຊື່ອມໝັ້ນທີ່ສຸດ ເພື່ອຕ້ອນຮັບແຂກທ່ອງທ່ຽວ, ສ້າງສະຖານທີ່ທ່ອງທ່ຽວສະໜີດສະໜົມ, ຮັກແພງແຂກຄົນ ແລະ ຮັບປະກັນຄວາມປອດໄພ.

   ຕາມກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ, ວັນທີ 15 ມີນາ ແມ່ນຈຸດເວລາເໝາະສົມ ເພື່ອເປີດປະຕູດຶງດູດແຂກທ່ອງທ່ຽວສາກົນ ຍ້ອນວ່າ ມາຮອດປະຈຸບັນ, ຫວຽດນາມ ໄດ້ປະຕິບັດບັ້ນສັກວັກຊິນກັນໂຄວິດ 19 ເຂັ້ມທີ 3 ເກືອບສຳເລັດແລ້ວ, ຮັບປະກັນການຕ້ານທານວົງຄະນາຍາດ.

ຕອບກັບ

ຂ່າວ/ບົດ​ອື່ນ