ຂະແໜງທ່ອງທ່ຽວແຂວງແຄ໊ງຮ່ວາມີມາດຕະການຫຼາຍຢ່າງເພື່ອຮັບມືກັບ Covid-19

(VOVWORLD) -ຂະແໜງທ່ອງທ່ຽວແຂວງແຄ໊ງຮ່ວາ ໄດ້ຜັນຂະຫຍາຍບັນດາມາດຕະການລ້າງສານພິດ, ຂ້າເຊື້ອພະຍາດຢູ່ຕາມສະຖານທີ່ພັກເຊົ່າ, ແຈກຢາຍຜ້າອັດປາກໃຫ້ນັກທ່ອງທ່ຽວ…
ຂະແໜງທ່ອງທ່ຽວແຂວງແຄ໊ງຮ່ວາມີມາດຕະການຫຼາຍຢ່າງເພື່ອຮັບມືກັບ Covid-19 - ảnh 1(ແຄ໊ງຮ່ວາ ໄດ້ຜັນຂະຫຍາຍບັນດາມາດຕະການລ້າງສານພິດ, ຂ້າເຊື້ອພະຍາດ)

ເພື່ອຫຼຸດຜ່ອນຄວາມເສຍຫາຍຍ້ອນເຊື້ອພະຍາດ Covid-19, ຂະແໜງທ່ອງທ່ຽວແຂວງແຄ໊ງຮ່ວາ ໄດ້ຜັນຂະຫຍາຍບັນດາມາດຕະການລ້າງສານພິດ, ຂ້າເຊື້ອພະຍາດຢູ່ຕາມສະຖານທີ່ພັກເຊົ່າ, ແຈກຢາຍຜ້າອັດປາກໃຫ້ນັກທ່ອງທ່ຽວ…

          ໄລ່ຮອດຕອນບ່າຍວັນທີ 16 ກຸມພາ, ຢູ່ບັນດາໂຮງໝໍແຂວງແຄ໊ງຮ່ວາ ໄດ້ແຍກຕົວຜູ້ຕິດເຊື້ອ 84 ກໍລະນີ. ໃນນັ້ນມີຜູ້ໜຶ່ງຖືກຕິດເຊື້ອພະຍາດ Covid-19 ໄດ້ຮັບການປິ່ນປົວຈົນຫາຍດີ ແລະ ສາມາດໄດ້ອອກໂຮງໝໍໄດ້, 80 ກໍລະນີບໍ່ຕິດເຊື້ອພະຍາດ, 3 ກໍລະນີພວມຖືກແຍກຕົວເພື່ອລໍຖ້າຜົນການວິໄຈ… ທ່ານ ເຈີ່ນຫວຽດຈູງ, ຫົວໜ້າພະແນກທ່ອງທ່ຽວແຂວງ ແຄ໊ງຮ່ວາ, ໃຫ້ຮູ້ວ່າ.

          “ປະຈຸບັນ, ຂະແໜງທ່ອງທ່ຽວ ພ້ອມກັບທ່າອາກາດສະຍານສາກົນ ກາມແຣງ, ບັນດາວິສາຫະກິດ ພ້ອມກັບຂະແໜງສາທານະລະສຸກ ໄດ້ຍົກອອກບັນດາມາດຕະການ, ພິເສດແມ່ນຂັ້ນຕອນປ້ອງກັນ, ຕ້ານເຊື້ອພະຍາດ, ຂ້າເຊື້ອພະຍາດ, ຮັບປະກັນສະພາບແວດລ້ອມແຫ່ງຄວາມປອດໄພ ເພື່ອຮັບໃຊ້ນັກທ່ອງທ່ຽວ.”

ຕອບກັບ

ຂ່າວ/ບົດ​ອື່ນ