ຂະ​ແໜງ​ທະ​ນາ​ຄານ ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ ປະ​ຕິ​ບັດ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ ຂອງ​ພື້ນ​ຖານ​ເສດ​ຖະ​ກິດ

(VOVWORLD) -ຕອນເຊົ້າວັນທີ 5 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານຫງວຽນຝູຈ້ອງ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງທະນາຄານແຫ່ງລັດ ຫວຽດນາມ (6 ພຶດສະພາ 1931 – 6 ພຶດສະພາ 2021).
ຂະ​ແໜງ​ທະ​ນາ​ຄານ ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ ປະ​ຕິ​ບັດ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ ຂອງ​ພື້ນ​ຖານ​ເສດ​ຖະ​ກິດ - ảnh 1ທ່ານຫງວຽນຝູຈ້ອງ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ຂະແໜງທະນາຄານ ມີບົດບາດສຳຄັນທີ່ສຸດ ໃນພື້ນຖານເສດຖະກິດ, ທ່ານໄດ້ສະເໜີໃຫ້ ພະນັກງານທະນາຄານໝົດທຸກຄົນ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ເປັນຢ່າງດີ, ເປັນຕົ້ນແມ່ນບັນດາແຜນນະໂຍບາຍ, ແນວທາງ ຂອງພັກ ກ່ຽວກັບການພັດທະນາເສດຖະກິດ, ສັງຄົມເວົ້າລວມ ແລະ ກ່ຽວກັບການປ່ຽນແປງໃໝ່ພັດທະນາຂະແໜງທະນາຄານເວົ້າສະເພາະ. ພິເສດຕ້ອງເອົາໃຈໃສ່ເຖິງການ ສືບຕໍ່ບໍລິຫານຢ່າງຄົບຊຸດ ແລະ ມີໄຫວພິບ, ລະມັດລະວັງ, ສົມທົບກັບບັນດານະໂຍບາຍຕ່າງໆຢ່າງກົມກຽວ ເພື່ອແນໃສ່ຮັກສາເສດຖະກິດມະຫາພາກ ເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ໜູນຊ່ວຍການພັດທະນາເສດຖະກິດແບບຍືນຍົງ, ຮັກສາຕະຫຼາດເງິນຕາ ແລະ ສະກຸນເງິນຂອງຕ່າງປະເທດໃຫ້ມີຄວາມສະຫງົບໝັ້ນທ່ຽງ. ທ່ານກ່າວວ່າ:

        ເງິນຕາ, ທະນາຄານແມ່ນຂົງເຂດທີ່ສຳຄັນ ແລະ ມີຄວາມສະດຸ້ງໄວທີ່ສຸດ, ມີລັກສະນະເປັນລະບົບ ແລະ ມີຜົນສະທ້ອນຢ່າງໃຫຍ່ຫຼວງຕໍ່ການຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ. ເພາະສະນັ້ນ, ຕ້ອງມີຄວາມເອົາໃຈໃສ່ເປັນພິເສດ ເຖິງວຽກງານປ່ຽນແປ່ງໃໝ່ການບູລະນະລະບອບລະບຽບການ, ນະໂຍບາຍ ແລະ ວຽກງານພະນັກງານ ເພື່ອທັງຍົກສູງປະສິດທິພາບ, ປະສິດທິຜົນໃນການຄຸ້ມຄອງບໍລິຫານນະໂຍບາຍເງິນຕາຂອງທະນາຄານແຫ່ງລັດ ແລະ ທັງຍົກສູງປະສິດທິຜົນ, ຮັບປະກັນຄຸນນະພາບ, ຄວາມປອດໄພໃນການເຄື່ອນໄຫວຂອງທົ່ວທັງລະບົບ.

ຕອບກັບ

ຂ່າວ/ບົດ​ອື່ນ