ຂະແໜງນ້ຳມັນອາຍແກັສໃນວິໄສທັດໃໝ່ກ່ຽວກັບຍຸດທະສາດທະເລ

(VOVWORLD) - ທີ່ກອງປະຊຸມຄັ້ງທີ 8, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12 ສະຫລຸບ 10 ປີແຫ່ງການປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ 10 ກ່ຽວກັບຍຸດທະສາດທະເລເຖິງປີ 2020.
ຂະແໜງນ້ຳມັນອາຍແກັສໃນວິໄສທັດໃໝ່ກ່ຽວກັບຍຸດທະສາດທະເລ - ảnh 1 ກອງປະຊຸມຂອງຂະແໜງນ້ຳມັນອາຍແກັສ

ຂະແໜງນ້ຳມັນອາຍແກັສໃນວິໄສທັດໃໝ່ກ່ຽວກັບຍຸດທະສາດທະເລ - ນີ້ແມ່ນຫົວຂໍ້ຂອງການໂອ້ລົມສົນທະນາໂດຍ ໜັງສືພິມຜູ້ແທນ ປະຊາຊົນຈັດຕັ້ງໃນວັນທີ 28 ຕຸລາ, ຢູ່ຮ່າໂນ້ຍ. ທີ່ການໂອ້ລົມສົນທະນາ, ມີຫຼາຍເນື້ອໃນໂດຍບັນດາສະມາຊິກສະພາແຫ່ງຊາດ ແລະ ນັກຊ່ຽວຊານວາງອອກ, ໃນນັ້ນມີຜົນກະທົບຂອງການປະຕິວັດຄັ້ງທີ 4 ຕໍ່ການພັດທະນາຂອງຂະແໜງນ້ຳມັນອາຍແກັສ, ແຫຼ່ງຊັບພະຍາກອນມະນຸດ, ບົດບາດຂອງຂະແໜງນ້ຳມັນອາຍແກັສ ໃນການພັດທະນາເສດຖະກິດທະເລ.

        ທີ່ກອງປະຊຸມຄັ້ງທີ 8, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12 ສະຫລຸບ 10 ປີແຫ່ງການປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ 10 ກ່ຽວກັບຍຸດທະສາດທະເລເຖິງປີ 2020. ທີ່ກອງປະຊຸມ, ຄະນະບໍລິຫານງານສູນກາງພັກ ກໍ່ໄດ້ຮັບຮອງເອົາບັນດາເນື້ອໃນພື້ນຖານຂອງມະຕິສະບັບໃໝ່ ກ່ຽວກັບຍຸດທະສາດພັດທະນາເສດຖະກິດແບບຍືນຍົງຮອດປີ2030, ວິໄສທັດຮອດປີ 2045. ຕາມເນື້ອໃນຈິດໃຈຂອງມະຕິ, ການຂຸດຄົ້ນນ້ຳມັນອາຍແກັສ ແລະ ບັນດາຊັບພະຍາກອນ ທະເລອື່ນໆ ຖືກຈັດອັນດັບທີ 3 ໃນບັນດາບຸລິມະສິດພັດທະນາຂອງຂະແໜງເສດຖະກິດທະເລ. ທ່ານ ໂງເຈື່ອງຊານ, ປະທານສະມາຄົມນ້ຳມັນອາຍແກັສ ຫວຽດນາມ, ຖືວ່າ:

        “3 ເນື້ອໃນຂອງຂະແໜງນ້ຳມັນອາຍແກັສ ນັ້ນແມ່ນ: ສ້າງໂຄງສ້າງຄືນໃໝ່, ສ້າງໂຄງປະກອບ ກ່ຽວກັບຍຸດທະສາດຜະລິດຕະພັນຄືນໃໝ່, ປ່ຽນໃໝ່ເຕັກໂນໂລຊີ. ພື້ນຖານການຄົ້ນຄ້ວາຂອງນ້ຳມັນອາຍແກັສບໍ່ທັນຕອບສະໜອງບັນດາການຄົ້ນຄ້ວາ ແລະ ໝູນໃຊ້ຂອງການປະຕິວັດອຸດສາຫະກຳ 4.0 ເຂົ້າໃນການເຄື່ອນໄຫວດຳເນີນທຸລະກິດຂອງຂະແໜງນ້ຳມັນອາຍແກັສ, ພື້ນຖານດ້ານວັດຖຸບໍ່ຮັບປະກັນ. ທີສາມແມ່ນເຕັກໂນໂລຊີ - ບັນຫາຍາກທີ່ສຸດຂອງຂະແໜງນ້ຳມັນອາຍແກັສ ໃນປະຈຸບັນແມ່ນເພື່ອນຳໃຊ້ຊັບພະຍາກອນນ້ຳມັນອາຍແກັສ ນັ້ນແມ່ນບັນຫາ CO2 ຢ່າງມີປະສິດທິຜົນ.”

ຕອບກັບ

ຂ່າວ/ບົດ​ອື່ນ