ຂະແໜງປ່າໄມ້ຫວຽດນາມມຸ່ງໄປເຖິງການຮັກສາທ່າເຕີບໂຕຕິດພັນກັບການພັດທະນາຕະຫຼາດໃນປີ 2020

(VOVWORLD) -ວັນທີ 02 ມັງກອນ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມຜັນຂະຫຍາຍໜ້າທີ່ຂະແໜງກະສິກຳປ່າໄມ້ປີ 2020.

ຂະແໜງປ່າໄມ້ຫວຽດນາມມຸ່ງໄປເຖິງການຮັກສາທ່າເຕີບໂຕຕິດພັນກັບການພັດທະນາຕະຫຼາດໃນປີ 2020 - ảnh 1 ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ຮ່າກົງຕ໊ວນ

(ພາບ: TTXVN)

ປີ 2019, ຂະແໜງປ່າໄມ້ຫວຽດນາມ ສືບຕໍ່ມີບັນດາການປະກອບສ່ວນສຳຄັນເຂົ້າໃນການເຕີບໂຕລວມຂອງຂະແໜງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ, ດ້ວຍມູນຄ່າສົ່ງອອກຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງບັນລຸໄດ້ 11,2 ຕື້ USD, ເພີ່ມຂຶ້ນ 5% ເມື່ອທຽບໃສ່ປີ 2018. ດ້ວຍທ່າເຕີບໂຕດັ່ງກ່າວ, ປີ 2020, ຂະແໜງປ່າໄມ້ໄດ້ວາງເປົ້າໝາຍການສົ່ງອອກຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງໃຫ້ບັນລຸໄດ້ 12,5 ຕື້ USD. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ຮ່າກົງຕ໊ວນ, ເນັ້ນໜັກວ່າ.

          “ສຸມໃສ່ແກ້ໄຂຕະຫຼາດ ໃຫ້ຕິດພັນກັບການຄຸ້ມຄອງການຜະລິດຕາມລະບົບຄຸ້ມຄອງ, ຍົກສູງຄຸນນະພາບແນວພັນປູກ ເພື່ອຫັນການປູກຕົ້ນໄມ້ນ້ອຍໄປສູ່ການປູກຕົ້ນໄມ້ໃຫຍ່ ແນໃສ່ຮັບໃຊ້ການປຸງແຕ່ງຢູ່ພາຍໃນປະເທດ ແລະ ການສົ່ງອອກ. ພ້ອມກັນນັ້ນ, ເອົາໃຈໃສ່ເຖິງບັນດາກົນໄກນະໂຍບາຍພັດທະນາເຄື່ອງປ່າຂອງດົງນອກຈາກໄມ້, ການບໍລິການສິ່ງແວດລ້ອມປ່າ, ປະຕິຮູບການບໍລິຫານເງື່ອນໄຂກ່ຽວກັບພື້ນຖານໂຄງລ່າງເພື່ອໃຫ້ວິສາຫະກິດ, ປະຊາຊົນທຳມາຫາກິນ, ດຳເນີນທຸລະກິດ”.

ຕອບກັບ

ຂ່າວ/ບົດ​ອື່ນ