ຂະ​ແໜງ​ສຶກ​ສາ​ປຸກ​ລະ​ດົມ​ເດືອນ​ເຄື່ອນ​ໄຫວ​ເພື່ອ​ສິ່ງ​ແວດ​ລ້ອມ

(VOVWORLD) -ວັນທີ 10 ຕຸລາ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ຈັດຕັ້ງພິທີໂຮມຊຸມນຸມມິດຕິງຕອບສະໜອງວັນສິ່ງແວດລ້ອມໂລກ ແລະ ເດືອນເຄື່ອນໄຫວເພື່ອສິ່ງແວດລ້ອມຢູ່ ມະຫາວິທະຍາໄລສ້າງຄູ ສິລະປະ ສູນກາງ. 
ຂະ​ແໜງ​ສຶກ​ສາ​ປຸກ​ລະ​ດົມ​ເດືອນ​ເຄື່ອນ​ໄຫວ​ເພື່ອ​ສິ່ງ​ແວດ​ລ້ອມ - ảnh 1ພິທີໂຮມຊຸມນຸມມິດຕິງຕອບສະໜອງວັນສິ່ງແວດລ້ອມໂລກ ແລະ ເດືອນເຄື່ອນໄຫວເພື່ອສິ່ງແວດລ້ອມ (ພາບ: VOV5)

ນີ້ແມ່ນເຫດການໂດຍກະຊວງສຶກສາ ແລະ ບໍາລຸງສ້າງ ຫວຽດນາມ ຈັດຕັ້ງປະຈຳປີ ເພື່ອແນໃສ່ໂຄສະນາ, ສຶກສາ, ຍົກສູງສະຕິຄວາມຮັບຜິດຊອບ ແລະ ລະດັບການຮັບຮູ້ຂອງນັກຮຽນ, ນັກສຶກສາ, ຄູອາຈານ ແລະ ທົ່ວສັງຄົມກ່ຽວກັບການປົກປັກຮັກສາສິ່ງແວດລ້ອມເທື່ອລະກ້າວ ເພື່ອການພັດທະນາແບບຍືນຍົງ.

        ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີ ຫງວຽນວັນຝຸກ ສະເໜີໃຫ້ມີການສົມທົບລະຫວ່າງຂະແໜງສຶກສາ ກັບຄະນະ, ຂະແໜງການຕ່າງໆທີ່ກ່ຽວຂ້ອງ ເພື່ອໂຄສະນາກ່ຽວກັບວຽກງານປົກປັກຮັກສາສິ່ງແວດລ້ອມ, ຍົກສູງຄວາມຮັບຮູ້ກ່ຽວກັບການດຳລົງຊີວິດທີ່ເປັນມິດກັບສິ່ງແວດລ້ອມ, ຫຼຸດຜ່ອນກຳລັງດັນຕໍ່ລະບົບຊີວະພາບທຳມະຊາດຂອງໜ່ວຍໂລກ.

ທູຮັ່ງ

ຕອບກັບ

ຂ່າວ/ບົດ​ອື່ນ