ຂະແໜງສິນໃນນ້ຳ ຫວຽດນາມ ມຸ່ງໄປເຖິງຄາດໝາຍການສົ່ງອອກບັນລຸ 10 ຕື້ USD

(VOVWORLD) - ປີ 2018, ວົງເງິນສົ່ງອອກສິນໃນນ້ຳຂອງ ຫວຽດນາມ ຄາດວ່າ ບັນລຸ 9 ຕື້ USD, ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການເຕີບໂຕຂອງທົ່ວຂະແໜງກະສິກຳ. ເພື່ອມຸ່ງໄປເຖິງຄາດໝາຍການສົ່ງອອກບັນລຸ 10 ຕື້ USD
ຂະແໜງສິນໃນນ້ຳ ຫວຽດນາມ ມຸ່ງໄປເຖິງຄາດໝາຍການສົ່ງອອກບັນລຸ 10 ຕື້ USD - ảnh 1 ການເຮັດວຽກຂອງຂະແໜງສິນໃນນ້ຳໃນວັນທີ 24 ທັນວາ

ວັນທີ 24 ທັນວາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມຜັນຂະຫຍາຍໜ້າທີ່ປີ 2019 ຂອງຂະແໜງສິນໃນນ້ຳ ຫວຽດນາມ. ປີ 2018, ວົງເງິນສົ່ງອອກສິນໃນນ້ຳຂອງ ຫວຽດນາມ ຄາດວ່າ ບັນລຸ 9 ຕື້ USD, ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການເຕີບໂຕຂອງທົ່ວຂະແໜງກະສິກຳ. ເພື່ອມຸ່ງໄປເຖິງຄາດໝາຍການສົ່ງອອກບັນລຸ 10 ຕື້ USD ໃນປີ 2019 ນັ້ນ, ທ່ານ ຫງວຽນຮ່ວາຍນາມ, ຮອງເລຂາທິການສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ (VASEP) ຖືວ່າ:

        “ໃນຊຸມປີຈະມາເຖິງ, ສິ່ງທ້າທາຍທີ່ເຫັນໄດ້ນັ້ນແມ່ນ: ບັນດາໂຄງການເຊິ່ງບັນດາປະເທດໃຫຍ່ຢູ່ພາກພື້ນ ເອີລົບ, ອາເມລິກາ ພວມໝູນໃຊ້ດ້ວຍໂຄງການຄວບຄຸມການນຳເຂົ້າສືບຕໍ່ແມ່ນຈຸດທີ່ເປັນໜ້າສົນໃຈ, ພວກຂ້າພະເຈົ້າຖືວ່ານີ້ແມ່ນບັນດາສິ່ງທ້າທາຍເຊິ່ງບັນດາວິສາຫະກິດ ພ້ອມກັບບັນດາອົງການລັດຖະບານຕ້ອງຮ່ວມແຮງຮ່ວມໃຈເພື່ອຜ່ານຜ່າ.”

        ທ່ານ ຫງວຽນຊວນເກື່ອງ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຊີ້ແຈ້ງວ່າ: ຂະແໜງສິນໃນນ້ຳ ສືບຕໍ່ປະຕິບັດບັນດາມາດຕະການເພື່ອແກ້ໄຂບັນຫາບັດເຫຼືອງຂອງຄະນະກຳມະການເອີລົບ ຢ່າງເດັດຂາດ. ພ້ອມນັ້ນ, ກໍ່ໂຄສະນາຍົກສູງສະຕິຄວາມຮັບຮູ້ຂອງປະຊາຄົມວິສາຫະກິດ, ຊາວປະມົງ ແລະ ບັນດາທ້ອງຖິ່ນໃນການປະຕິບັດ ແລະ ຜັນຂະຫຍາຍປະຕິບັດກົດໝາຍວ່າດ້ວຍສິນໃນນ້ຳປີ 2017. ທ່ານກ່າວວ່າ:

        “ການສຸມໃສ່ຜັນຂະຫຍາຍບັນດາເນື້ອໃນຂອງກົດໝາຍວ່າດ້ວຍສິນໃນນ້ຳຢ່າງຄົບຊຸດ, ບໍ່ພຽງແຕ່ແມ່ນການສ້າງສຳເລັດເອກະສານນິຕິກຳເທົ່ານັ້ນ ຫາກຍັງຜັນຂະຫຍາຍ 2 ໝວດບັນຫາທີ່ຂຶ້ນກັບຄວາມຮັບຜິດຊອບຂອງຂະແໜງສິນໃນນ້ຳນັ້ນແມ່ນ ມາດຕະຖານ, ຂໍ້ກຳນົດ ແລະ ແນະນຳບັນດາທ້ອງຖິ່ນຈັດຕັ້ງປະຕິບັດອີກດ້ວຍ. ທີສອງແມ່ນວາງຄວາມຕັດສິນໃຈໃນການກະທຳຢ່າງສູງເພື່ອໄດ້ຮັບການຖອນບັດເຫຼືອງຍິ່ງໄວກໍ່ຍິ່ງດີ.”

ຕອບກັບ

ຂ່າວ/ບົດ​ອື່ນ