ຂະແໜງສ່ວຍສາອາກອນຕອບສະໜອງບັນດາຄຳຮຽກຮ້ອງເຊື່ອມໂຍງແລະພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ

ຂະແໜງສ່ວຍສາອາກອນຕອບສະໜອງບັນດາຄຳຮຽກຮ້ອງເຊື່ອມໂຍງແລະພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​​ແຫຼ່ງກົມ​ໃຫຍ່​ພາ​ສີ
(ພາບ: thoibaotaichinhvietnam.vn)

(vovworld) – ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​​ແຫຼ່ງກົມ​ໃຫຍ່​ສ່ວຍ​ສາ​ອາກອນ ​ໃນ​ວັນ​ທີ 9/7, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຮຽກ​ຮ້ອງ​ໃຫ້​ຂະ​ແໜງ​ສວຍ​ສາ​ອາກອນ ສຸມ​ໃສ່​ຄົ້ນ​ຄ້ວາ, ສະ​ເໜີ​ມາດ​ຕະການ​ແກ້​ໄຂ​ເພື່ອ​ຫລຸດ​ຜ່ອນ​ຄວາມ​ຫຍຸ້ງຍາກ​ໃນ​ການ​ປະຕິບັດ​ພັນທະ​ເສຍ​ອາກອນ, ພ້ອມ​ທັງ​ເດັດດ່ຽວ​ປັບ​ໄໝ​ລົງ​ໂທດ​ບັນດາ​ພະນັກງານ​ທີ່​ກໍ່ຄວາມ​ຫຍຸ້ງຍາກ​ຫຍໍ້​ທໍ້ໃຫ້​​ແກ່ປະຊາຊົນ ​ແລະ ວິ​ສາ​ຫະກິດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເນັ້ນ​ໜັກ​ວ່າ: ​ໃນ​ວັດທະນາ​ການ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ລະດົມ​ບັນດາ​ແຫຼ່ງກຳລັງ​ເພື່ອ​ກໍ່ສ້າງ, ພັດທະນາ​ປະ​ເທດ​ຊາດ, ຂະ​ແໜງສ່ວຍ​ສາ​ອາກອນ​ໄດ້​ມານະ​ພະຍາຍາມ​ປະຕິ​ຮູບ​ບໍລິຫານ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຮຽກ​ຮ້ອງ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ຂະ​ແໜງ​ສ່ວຍ​ສາ​ອາກອນ​ຕ້ອງ​ປ່ຽນ​ໃໝ່​ຢ່າງ​ແຮງ​ກ່ວາ​ອີກ, ຕອບ​ສະໜອງ​ບັນດາຄຳ​ຮຽກຮ້ອງ​ຂອງ​ການ​ເຊື່ອມ​ໂຍງ​ແລະ​ພັດທະນາ​ເສດຖະກິດ-​ສັງຄົມ​ຂອງ​ປະ​ເທດ​ຊາດຢ່າງ​ສູງສຸດ, ປະ​ກອບ​ສ່ວນ​ຍົກ​ສູງ​ລະດັບ​ແກ້ງ​ແຍ້​ງຂອງ​ພື້ນຖານ​ເສດຖະກິດ, ສ້າງ​ທຸກ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ປະຊາຊົນ, ວິ​ສາ​ຫະກິດ​ທຳ​ມາ​ຫາ​ກິນດຳ​ເນີນ​ທຸລະກິດ​ຕາມ​ກົດໝາຍ ກໍ່​ຄື​ປະກອບສ່ວນ​ຕັ້ງ​ໜ້າ​ປັບປຸງ​ສະພາບ​ແວດລ້ອມ​ແຫ່ງ​ການ​ລົງທຶນ, ຊຸກຍູ້​ການ​ລົງທຶນ.​.​.​ ທ່ານ ນາຍົກລັດຖະມົນຕີ ສະ​ເໜີ​ໃຫ້​ຂະ​ແໜງ​ເປັນ​ເສນາ​ທິການ​ປັບປຸງ, ​ເພີ່ມ​ເຕີມ, ສ້າງ​ສຳ​ເລັດ​ບັນ​ດາ​ຂໍ້​ກຳນົດ​ກ່ຽວ​ກັບ​ສ່ວຍ​ສາ​ອາກອນ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ປະຊາຊົນ ​ແລະ ວິ​ສາ​ຫະກິດ​ປະຕິບັດ​ພັນທະ​ເສຍ​ອາກອນ​ຢ່າງ​ວ່ອງ​ໄວ ​ແລະ ສະ​ດວ​ກທີ່​ສຸດ.




ຂ່າວ/ບົດ​ອື່ນ