ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ສຸມ​ທຸກແຫຼ​່ງ​ກຳ​ລັງເພື່ອ​ຄວບ​ຄຸມ​ໂລກ​ລະ​ບາດ ແລະ ປິ່ນ​ປົວ​ໃຫ້​ແກ່​ຜູ້​ຕິດ​ເຊື້ອ​ໂຄວິດ - 19

(VOVWORLD) -        ຕອນບ່າຍວັນທີ 9 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຮັດວຽກກັບການນຳ ກະຊວງສາທາລະນະສຸກ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແລະ ອວຍພອນປີໃໝ່ພະນັກງານ, ແພດໝໍ ແລະ ທົ່ວຂະແໜງສາທາລະນະສຸກທີ່ພວມມານະພະຍາຍາມປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ສຸມ​ທຸກແຫຼ​່ງ​ກຳ​ລັງເພື່ອ​ຄວບ​ຄຸມ​ໂລກ​ລະ​ບາດ ແລະ ປິ່ນ​ປົວ​ໃຫ້​ແກ່​ຜູ້​ຕິດ​ເຊື້ອ​ໂຄວິດ - 19 - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)

ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຊົມເຊີຍພະນັກງານ, ແພດໝໍ ແລະ ຂະແໜງສາທາລະນະສຸກທີ່ຍັງພວມນຳໜ້າດ້ວຍຄວາມມານະພະຍາຍາມ ແລະ ມີຄວາມຕັດສິນໃຈຢ່າງສູງໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ບັນລຸໄດ້ຜົນງານຕັ້ງໜ້າຫຼາຍຢ່າງໃນປີຜ່ານມາ. ທ່ານສະເໜີວ່າ:

        “ທົ່ວຂະແໜງສາທາລະນະສຸກ ຈົ່ງສຸມທຸກແຫຼ່ງກຳລັງເພື່ອຄວບຄຸມການແຜ່ລະບາດຂອງໂລກລະບາດ ແລະ ປິ່ນປົວໃຫ້ແກ່ຜູ້ຕິດເຊື້ອ. ດັ່ງນັ້ນ, ຕ້ອງປະກອບທາງດ້ານວັດຖຸ, ອຸປະກອນ, ຊັບພະຍາກອນມະນຸດໃຫ້ຄົບຖ້ວນ, ທັນການ ເພື່ອຮັກສາຄວາມປອດໄພສູງສຸດໃຫ້ແກ່ຖັນແຖວພະນັກງານ, ແພດໝໍ. ຂ້າພະເຈົ້າ ຮຽກຮ້ອງໃຫ້ຂະແໜງສາທາລະນະສຸກ ແລະ ແພດໝໍໃນທົ່ວປະເທດ ຈົ່ງສືບຕໍ່ເສີມຂະຫຍາຍຄຸນທາດອັນດີງາມຂອງຂະແໜງ, ຍາມໃດກໍກຽມພ້ອມ, ຕັດສິນໃຈ, ມີຄວາມຮັບຜິດຊອບ ເພື່ອພ້ອມກັບທົ່ວພັກ, ທົ່ວປວງຊົນ ເອົາຊະນະໂລກລະບາດທີ່ພວມຄຸກຄາມຢ່າງຮ້າຍກາດໃນປັດຈຸບັນ”.


 

ຕອບກັບ

ຂ່າວ/ບົດ​ອື່ນ