ຂະແໜງສາທາລະນະສຸກຕ້ອງຍົກສູງຄຸນນະພາບການກວດ ແລະ ປິ່ນປົວ ພະຍາດ

ຂະແໜງສາທາລະນະສຸກຕ້ອງຍົກສູງຄຸນນະພາບການກວດ ແລະ ປິ່ນປົວ ພະຍາດ - ảnh 1
ກອງ​ປະຊຸມ​ຜ່ານ​ເຄື່ອຂ່າຍ​ອີນ​ເຕີ​ແນດສະຫຼຸບ​ວຽກ​ງານ​ສາທາລະນະ​ສຸກ​
(ພາບ: VGP)


(vovworld) -     ຕອນ​ເຊົ້າ​ວັນ​ທີ 24/01, ຢູ່​ທີ່​ກອງ​ປະຊຸມ​ຜ່ານ​ເຄື່ອຂ່າຍ​ອີນ​ເຕີ​ແນດສະຫຼຸບ​ວຽກ​ງານ​ສາທາລະນະ​ສຸກ​ປີ 2012 ​ແລະ ຜັນ​ຂະຫຍາຍ​ແຜນການ​ປິ 2013. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ສະ​ເໜີ​ໃຫ້​ຂະ​ແໜງ​ສາທາລະນະ​ສຸກ​ສືບ​ຕໍ່​ປັບປຸງ ​ແລະ ພັດທະນາ​ລະບົບ​ສາທາລະນະ​ສຸກ, ພິ​ເສດ​ແມ່ນ​ຂັ້ນ​ຮາກ​ຖານ, ​ເຄື່ອຂ່າຍ​ສາທາລະນະ​ສຸກ​ປ້ອງ​ກັນ; ຄຸ້ມ​ຄອງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວກວດ ​ແລະ ​ປິ່ນປົວ​ພະຍາດ​ຢ່າງ​ແໜ້ນ​ແຟ້ນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຊີ້​ນຳ​​ໃຫ້​ຂະ​ແໜງ​ສາທາລະນະ​ສຸກສຸມ​ໃສ່​ລົງທຶນ​ເຂົ້າ​​ໃນ​ພື້ນຖານ​ທາງ​ດ້ານ​ວັດຖຸ, ສືບ​ຕໍ່​ຜັນ​ຂະຫຍາຍ​ການ​ມອບ​ໂອນ​ດ້ານ​ເຕັກນິກ​ຈາກ​ຂັ້ນ​ເທິງ ​ລົງ​ຂັ້ນ​ລຸ່ມ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ປິ່ນປົວ, ປະກອບສ່ວນ​ຫຼຸດຜ່ອນ​ສະພາບ​ປິ່ນປົວ​ຄົນ​​​ເຈັບ​ເກີນ​ຂອບ​ເຂດ​ຢູ່​ໂຮງໝໍ​ຂັ້ນ​ສູນ​ກາງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ກ່າວ​ວ່າ.

        “ຂະ​ແໜງສາທາລະນະ​ສຸກຕ້ອງ​ຍົກ​ສູງຄຸນ​ນະພາ​ບການ​​ກວດ ​ແລະ ປິ່ນປົວ​ພະຍາດ, ນຳ​ເຕັກນິກ​ທີ່​ທັນ​ສະ​ໄໝ​ເຂົ້າ​ໃນ​ການ​ປິ່ນປົວ. ຄຽງ​ຂ້າງ​ນັ້ນ, ສູ້​ຊົນ​ຫຼຸດຜ່ອນ​ອັດຕາ​ຕິດພະຍາດ ​ແລະ ອັດຕາ​ການ​ຕາຍ. ວຽກ​ງານ​ປ້ອງ​ກັນ​ພະຍາດ​ແມ່ນ​ກົກຂອງ​ການ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​​ໃຫ້​ແກ່​ປະຊາຊົນ. ຂະ​ແໜງ​ຕ້ອງ​ລາຍ​ງານ​ 7 ໜ້າ​ທີ່​ຈຸດ​ສຸມ​ຄື; ຫຼຸດຜ່ອນ​ສະພາບ​ປິ່ນປົວ​ຄົນ​ເຈັບ​ເກີນ​ຂອບ​ເຂດ, ປ່ຽນ​ໃໝ່​ກົນ​ໄກ​ການ​ເງິນ, ນຳ​ໃຊ້​ແຫຼ່ງລົງທຶນ​ຈາກ​ລັດ​​ເປັນ​ຢ່າງ​ດີ ພ້ອມ​ທັງ​ເສີມ​ຂະຫຍາຍ​ບັນດາ​ແຫຼ່ງກຳລັງ​ຂອງ​ສັງຄົມ​ທີ່​ລົງທຶນ​ເຂົ້າ​ໃນ​ການ ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​​ໃຫ້​ແກ່​ປະຊາຊົນ​ໃຫ້​ດີກ​ວ່າ​ເກົ່າ”.

        ທ່ານ​ນາຍົກລັດຖະມົນຕີ ຍັງຮຽກຮ້ອງ​ໃຫ້​ຂະ​ແໜງສາທາລະນະ​ສຸກ​ຕ້ອງ​ສຸມ​ໃສ່ການ​ຜັນ​ຂະຫຍາຍ​ປະຕິບັດ​ການ​ປ້ອງ​ກັນ​ສຸຂະພາບ​ທົ່ວ​ປວງ​ຊົນ, ປະຕິບັດ​ນະ​ໂຍບາຍ​ໜູນ​ຊ່ວຍ​ຄົນ​ທຸກ​ຍາກ​ຊື້​ປະກັນສຸຂະພາບ; ​ແກ້​ໄຂ​ສະພາບຂາດ​ຄວາມ​ກ້ຳ​ກິ່ງ​ລະຫວ່າງ​ຍິງ - ຊາຍ ​ໃຫ້​ໄດ້.

ຂ່າວ/ບົດ​ອື່ນ