ຂະແໜງສາທາລະນະສຸກຫວຽດນາມ, ລາວ, ກຳປູເຈຍ ສົມທົບກັນ ເຄື່ອນໄຫວປ້ອງກັນຕ້ານພະຍາດ Ebola

ຂະແໜງສາທາລະນະສຸກຫວຽດນາມ, ລາວ, ກຳປູເຈຍ ສົມທົບກັນ ເຄື່ອນໄຫວປ້ອງກັນຕ້ານພະຍາດ Ebola - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ ຕີ​ລາຄາ​ລະດັບ​ຄວາມ​ຄືບ​ໜ້າ
ການ​ປະຕິບັດ​ສັນຍາ​ກວດສຸຂະ​ພາບຢູ່ຊາຍ​ແດນລະຫວ່າງ 3 ປະ​ເທດ
(ພາບ: baotayninh.vn)


(vovworld) – ວັນ​ທີ 04/11, ຢູ່​ນະຄອນ ​ໄຕ​ນິງ, ​ແຂວງ ​ໄຕ​ນິງ, ກົ​ມການ​ແພດ​ປ້ອງ​ກັນ​ຫວຽດນາມ ​ໄດ້​ສົມທົບ​ກັບກົມປ້ອ​ງກັນ​ຕ້ານ​ພະຍາດ​ຕິດ​​ແປດ​ລາວ ​ແລະ ກຳປູ​ເຈຍ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ ຕີ​ລາຄາ​ລະດັບ​ຄວາມ​ຄືບ​ໜ້າການ​ປະຕິບັດ​ສັນຍາ​ກວດສຸຂະ​ພາບຢູ່ຊາຍ​ແດນລະຫວ່າງ 3 ປະ​ເທດ. ສັນຍາ​ໂດຍ​ກະຊວງ​ສາທາລະນະ​ສຸກ 3 ປະ​ເທດ​ລົງ​ນາມ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ພາກ​ພື້ນ ​ໃນ​ການ​ຜັນ​ຂະຫຍາຍ​​ການ​ເຄື່ອນ​ໄຫວກວດ​ສຸຂະພາບລະຫວ່າງ​ບັນດາ​ປະ​ເທດ.

        ຜ່ານ​ກອງ​ປະຊຸມ​ສຳ​ມະ​ນາ​ເປັນ​ເວລາ 1 ວັນ, ຜູ້​ແທນ​ໄດ້​ເປັນ​ເອກະ​ພາບ​​ໂຄງການ​ເຄື່ອນ​ໄຫວປ້ອງ​ກັນ ​ແລ​ະ ຕ້ານ​ພະຍາດ​ຕິດ​ແປດ, ​ໂດຍ​ສະ​ເພາະ​ແມ່ນພະຍາດ Ebola ​ໃນ​ປະຈຸ​ບັນ​ຜ່ານ​ບັນດາ​ດ່ານ​​ຊາຍ​ແດນທາງບົກ ​ແລະ ສະໜາມ​ບິນ​ສາກົນ. ບັນດາ​ຜູ້​ແທນ​ໄດ້​ກຳນົດ​ 14 ພະຍາດ​ຕ້ອງ​ກວດ​ສຸຂະພາບ​ຢູ່​ດ່ານ​ຊາຍ​ແດນ​ໂດຍ​ບັງຄັບ, ພ້ອມ​ທັງ​ເປັນ​ເອກະ​ພາບ​ສະ​ເໜີ​ໃຫ້​ກະຊວງ​ສາທາລະນະ​ສຸກ 3 ປະ​ເທດ ​ແລກປ່ຽນ​ຂໍ້​ມູນກ່ຽວ​ກັບ​ສະພາບ​​ໂລກພະຍາດ​ເປັນ​ປະຈຳ; ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ຍົກ​ສູງ​ກຳລັງ​ໃຫ້​ລະບົບ​ກວດ​ສຸຂະພາບ​ຢູ່​ດ່ານ​ຊາຍ​ແດນ​ຂອງ​ແຕ່ລະ​ປະ​ເທດ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ