ຂະແໜງສາທາລະນະສຸກແມ່ນເສົາຄ້ຳສຳຄັນໃນວຽກງານຕ້ານໂລກລະບາດ

(VOVWORLD) -ຕອນບ່າຍວັນທີ 1 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງ ໄດ້ມີການພົບປະເຮັດວຽກກັບນັກວິທະຍາສາດ, ບັນດາສາດສະດາຈານ, ທ່ານໝໍ, ການນຳ, ອະດີດການນຳບັນດາໂຮງໝໍ, ມະຫາວິທະຍາໄລ, ສະຖາບັນຄົ້ນຄ້ວາການແພດ-ການຢາ, ຜູ້ຕາງໜ້າສະພາວິທະຍາສາດ ແລະ ບັນດາອົງການຄຸ້ມຄອງວິທະຍາສາດຂະແໜງສາທາລະນະສຸກ ຈຳນວນ 70 ຄົນ. ເຂົ້າຮ່ວມທາງອອນລາຍຢູ່ສະຖານທີ່ນະຄອນໂຮ່ຈິມິນ ມີທ່ານຮອງນາຍົກລັດຖະມົນຕີ ວູ້ດຶກດາມ.
ຂະແໜງສາທາລະນະສຸກແມ່ນເສົາຄ້ຳສຳຄັນໃນວຽກງານຕ້ານໂລກລະບາດ  - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງ ກ່າວຄຳເຫັນທີ່ການພົບປະ ແລະ ເຮັດວຽກ

    ທີ່ການພົບປະ, ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງ ເນັ້ນໜັກວ່າ ຂະແໜງສາທາລະນະສຸກແມ່ນເສົາຄ້ຳສຳຄັນໃນວຽກງານປ້ອງກັນ ແລະ ຕ້ານໂລກລະບາດ ໂຄວິດ - 19 ຢູ່ຫວຽດນາມໃນເກືອບ 2 ປີທີ່ຜ່ານມາ.

  ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງ ຊີ້ແຈ້ງວ່າ ເພື່ອເອົາຊະນະຕໍ່ ໂຄວິດ - 19 ເວົ້າສະເພາະ ແລະ ໂລກລະບາດເວົ້າລວມ , ລັດຖະບານຕ້ອງການມີຄວາມພະຍາຍາມ, ຄວາມກະຕືລືລົ້ນກ່ວາອີກຂອງຖັນແຖວນັກຊ່ຽວຊານ, ນັກວິທະຍາສາດເພື່ອພັດທະນາພື້ນຖານແພດສາຫວຽດນາມໃຫ້ຂຶ້ນສູ່ລະດັບສູງໃໝ່. ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງ ຫວັງວ່າ ແຕ່ລະສ່ວນບຸກຄົນ, ຫມູ່ຄະນະນັກຊ່ຽວຊານ, ນັກວິທະຍາສາດ ທັງຢູ່ພາຍໃນ ແລະ ຕ່າງປະເທດຈົ່ງເສີມຂະຫຍາຍບົດຮຽນ, ຄວາມກະຕືລືລົ້ນ ສືບຕໍ່ຮ່ວມແຮງຮ່ວມໃຈດ້ວຍການກະທຳແທດຈິງ ມີປະສິດທິຜົນເພື່ອຍູ້ ໂຄວິດ - 19 ໃຫ້ຖອຍໄປ, ຮັບປະກັນຊີວິດອິນຊີ ແລະ ສຸຂະພາບໃຫ້ແກ່ປະຊາຊົນ, ນຳການດຳລົງຊີວິດກັບຄືນສູ່ປົກກະຕິ ແລະ ຟື້ນຟູພັດທະນາເສດຖະກິດ-ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ