ຂະ​ແໜງ​ອຸ​ດສາ​ຫະ​ກຳ ການ​ຄ້າ ຜັນ​ຂະ​ຫຍາຍ​ບັນ​ດາ​ກຸ່ມ​ມາດ​ຕະ​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ, ຄອບ​ຄົວ​ດຳ​ເນີນ​ທຸ​ລະ​ກິດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ

(VOVWORLD) -ທ່ານຮອງລັດຖະມົນຕີກະຊວງອຸດາຫະກຳ ການຄ້າ ຫວຽດນາມ ໂດ້ທັງຫາຍ ຢືນຢັນວ່າ:   ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ຈະສືບຕໍ່ເປັນເຈົ້າການຕິດຕາມສະພາບການຕະຫຼາດຢ່າງໃກ້ຊິດ, ຜັນຂະຫຍາຍບັນດາໂຄງການກະຕຸກຊຸກຍູ້ການໃຊ້ສອຍຢູ່ພາຍໃນປະເທດຢ່າງທັນການ ແລະ ມີປະສິດທິຜົນ.
ຂະ​ແໜງ​ອຸ​ດສາ​ຫະ​ກຳ ການ​ຄ້າ ຜັນ​ຂະ​ຫຍາຍ​ບັນ​ດາ​ກຸ່ມ​ມາດ​ຕະ​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ, ຄອບ​ຄົວ​ດຳ​ເນີນ​ທຸ​ລະ​ກິດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ - ảnh 1

 ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ໂດ້ທັງຫາຍ (ພາບ: laodong.vn)

   ກະຊວງອຸດສາຫະກຳ ການຄ້າ ໄດ້ກຳນົດ 3 ກຸ່ມມາດຕະການໃຫ່ຍ ເພື່ອແນໃສ່ໜູນຊ່ວຍວິສາຫະກິດ, ຄອບຄົວດຳເນີນທຸລະກິດ ປະສົບກັບຄວາມຫຍຸ້ງຍາກໃນສະພາບເກີດໂລກລະບາດໂຄວິດ 19 ຢ່າງມີປະສິດທິຜົນ.

  ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ໂດ້ທັງຫາຍ ໃຫ້ຮູ້ວ່າ:

   ທີ່ໜື່ງແມ່ນສືບຕໍ່ຮັບປະກັນການດຸນດ່ຽງລະຫວ່າງການສະໜອງ ຄວາມຕ້ອງການສຳລັບສິນຄ້າທີ່ສຳຄັນ, ຈຳເປັນ ຕໍ່ການຜະລິດ ແລະ ຊີວິດການເປັນຢູ່, ຮັກສາການເຄື່ອນໄຫວຜະລິດ ດຳເນີນທຸລະກິດ, ຮັກສາລະບົບສະໜອງສິນຄ້າໃຫ້ແກ່ ປຊຊ, ໜູນຊ່ວຍແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດແຈກຢາຍ ກໍ່ຄືໃນວິວັດການຈໍລະຈອນສິນຄ້າ. ທີ່ສອງແມ່ນໜູນຊ່ວຍບັນດາວິສາຫະກິດ, ສະຫະກອນ, ຄອບຄົວດຳເນີນທຸລະກິດເຂົ້າຮ່ວມໂຄງການສົ່ງເສີມການຄ້າທາງອອນລາຍ ແລະ ເຊື່ອມຕໍ່ ການສະໜອງ ຄວາມຕ້ອງການ, ງານວາງສະແດງໃນອິນເຕີແນັດ. ທີສາມແມ່ນ ສືບຕໍ່ໜູນຊ່ວຍບັນດາທ້ອງຖິ່ນ ຍູ້ແຮງການຈຳໜ່າຍຜະລິດຕະພັນກະເສດຢູ່ຕະຫຼາດພາຍໃນ ແລະ ເປີດກ້ວາງການສົ່ງອອກໄປຍັງບັນດາຕະຫຼາດ ທີ່ມີຄວາມສາມາດບົ່ມຊ້ອນຫຼາຍ.

  ທ່ານຮອງລັດຖະມົນຕີກະຊວງອຸດາຫະກຳ ການຄ້າ ຫວຽດນາມ ໂດ້ທັງຫາຍ ຢືນຢັນວ່າ:   ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ຈະສືບຕໍ່ເປັນເຈົ້າການຕິດຕາມສະພາບການຕະຫຼາດຢ່າງໃກ້ຊິດ, ຜັນຂະຫຍາຍບັນດາໂຄງການກະຕຸກຊຸກຍູ້ການໃຊ້ສອຍຢູ່ພາຍໃນປະເທດຢ່າງທັນການ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ