ຂະແໜງອຸດສາຫະກຳການຄ້າ ຍູ້ແຮງບັນດາມາດຕະການແກ້ໄຂການຜະລິດໃຫ້ເປັນປົກກະຕິ

(VOVWORLD) - 48 ໃນຈຳນວນ 63 ທ້ອງຖິ່ນມີດັດຊະນີຜະລິດອຸດສາຫະກຳເພີ່ມຂຶ້ນ
ຂະແໜງອຸດສາຫະກຳການຄ້າ ຍູ້ແຮງບັນດາມາດຕະການແກ້ໄຂການຜະລິດໃຫ້ເປັນປົກກະຕິ - ảnh 1ທີ່ກອງປະຊຸມ
(ພາບ: congthuong.vn)

        ໃນໄລຍະ 6 ເດືອນຕົ້ນປີ 2023, ຂະແໜງອຸດສາຫະກຳ ການຄ້າ ຫວຽດນາມ ໄດ້ຮັບຮູ້ບັນດາຜົນງານຕັ້ງໜ້າຫຼາຍຢ່າງ, ຄື: ການຜະລິດອຸດສາຫະກຳຟື້ນຟູ 98,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ໃນນັ້ນ, 48 ໃນຈຳນວນ 63 ທ້ອງຖິ່ນມີດັດຊະນີຜະລິດອຸດສາຫະກຳເພີ່ມຂຶ້ນ; ສູນອຸດສາຫະກຳໃຫຍ່ຂອງທົ່ວປະເທດຈຳນວນໜຶ່ງໄດ້ຟື້ນຟູທ່າເຕີບໂຕອຸດສາຫະກຳ. ນີ້ແມ່ນຂໍ້ມູນໄດ້ຍົກອອກມາທີ່ກອງປະຊຸມສະຫຼຸບ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍໜ້າທີ່ 6 ເດືອນທ້າຍປີ 2023 ຂອງກະຊວງອຸດສາຫະກຳການຄ້າ, ຈັດຂຶ້ນໃນຕອນເຊົ້າວັນທີ 07 ກໍລະກົດ, ຢູ່ ຮ່າໂນ້ຍ.

        ໃນໄລຍະ 6 ເດືອນຈະມາເຖິງນີ້, ຂະແໜງອຸດສາຫະກຳ ການຄ້າ ໄດ້ວາງອອກບັນດາໝວດໜ້າທີ່, ມາດຕະການແກ້ໄຂໃຫຍ່ ເພື່ອບັນລຸບັນດາເປົ້າໝາຍ, ແຜນການທີ່ໄດ້ວາງອອກ, ປະກອບສ່ວນເຂົ້າໃນການເຕີບໂຕລວມຂອງພື້ນຖານເສດຖະກິດ. ທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ, ເນັ້ນໜັກວ່າ:

        “ສຸມໃສ່ແກ້ໄຂບັນດາຂໍ້ຕິດຂັດດ້ານທຶນຮອນ, ກ່ຽວກັບກົນໄກ, ນະໂຍບາຍ, ລະບຽບການບໍລິຫານ ເພື່ອໜູນຊ່ວຍວິສາຫະກິດຟື້ນຟູ, ພັດທະນາການຜະລິດ ດຳເນີນທຸລະກິດ, ຮັກສາແຫຼ່ງສະໜອງໃຫ້ເປັນຢ່າງດີ ແລະ ຍູ້ແຮງການເຄື່ອນໄຫວສົ່ງອອກ ນຳເຂົ້າ. ສຸມໃສ່ຍູ້ແຮງ, ຍູ້ໄວຄວາມຄືບໜ້າການປ່ອຍເງິນລົງທຶນສາທາລະນະ, ຮັບປະກັນບັນລຸປະສິດທິຜົນ, ຖືກຕາມຂໍ້ກຳນົດ. ເປັນເຈົ້າການສົມທົບກັບບັນດາຫົວໜ່ວຍ ແລະ ທ້ອງຖິ່ນກ່ຽວຂ້ອງ ຕິດຕາມລະດັບຄວາມຄືບໜ້າຢ່າງໃກ້ຊິດ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຢ່າງທັນການ ເພື່ອນຳບັນດາກິດຈະກຳ, ໂຄງການຈຸດສຸມມີບົດບາດສຳຄັນເຂົ້າເຄື່ອນໄຫວໂດຍໄວ ຮັບໃຊ້ໃຫ້ແກ່ການພັດທະນາແບບຍືນຍົງ.”

ຕອບກັບ

ຂ່າວ/ບົດ​ອື່ນ