ຂະ​ແໜງ​ອຸດ​ສ​າ​ຫະ​ກຳ​ເອ​ເລັກ​ໂຕ​ນິກ ຫວຽດ​ນາມ ດຶງ​ດູດ​ວົງ​ການ​ລົງ​ທຶນ​ຕ່າງ​ປະ​ເທດ

(VOVWORLD) -ວັນທີ 19 ສິງຫາ ເວັບໄຊ entrepreneur.com ໄດ້ລົງບົດຂຽນສ່ອງແສງກ່ຽວກັບການພັດທະນາຂອງຂະແໜງອຸດສາຫະກຳເອເລັກໂຕນິກ ຢູ່ ຫວຽດນາມ, ພ້ອມກັນນັ້ນແມ່ນໃຫ້ຂໍ້ສັງເກດວ່າ ຫວຽດນາມ ຍັງຄົງແມ່ນຈຸດນັດພົບທີ່ດຶງດູດໃຈ ບັນດາວົງການນັກລົງທຶນຕ່າງປະເທດ ໂດຍບໍ່ຫົວຊາຕໍ່ບັນດາຜົນກະທົບທາງລົບຈາກໂລກລະບາດໂຄວິດ - 19.

ຂະ​ແໜງ​ອຸດ​ສ​າ​ຫະ​ກຳ​ເອ​ເລັກ​ໂຕ​ນິກ ຫວຽດ​ນາມ ດຶງ​ດູດ​ວົງ​ການ​ລົງ​ທຶນ​ຕ່າງ​ປະ​ເທດ - ảnh 1ພາບປະກອບ: TTXVN

ຕາມບົດຂຽນແລ້ວ, ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາປະເທດສົ່ງອອກເອເລັກໂຕນິກຫຼັກແຫຼ່ງ, ຢືນອັນດັບທີ 12 ໃນໂລກ. ການສົ່ງອອກເພີ່ມຂຶ້ນເປັນປົກກະຕິດ້ວຍລະດັບເພີ່ມຂຶ້ນສະເລ່ຍແມ່ນ 12 ຕື້ USD/ປີ. ບົດຂຽນກໍ່ໄດ້ເຕື້ອງເຖິງຜົນປະໂຫຍດເມື່ອມາລົງທຶນຢູ່ ຫວຽດນາມ. ນີ້ແມ່ນ, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນຊ່ວຍຫຼຸດຜ່ອນພາສີອາກອນການຄ້າ ແລະ ຊຸກຍູ້ພື້ນຖານເສດຖະກິດ ຂອງ ຫວຽດນາມ, ຊ່ວຍດຶງດູດບັນດານັກລົງທຶນຕ່າງປະເທດ. ຫວຽດນາມ ໄດ້ລົງນາມສັນຍາການຄ້າເສລີ ກັບສະຫະພາບເອີລົບ ແລະ ສັນຍາສະບັບນີ້ ຈະຫຼຸດລົງພາສີອາກອນຊະນິດຕ່າງໆ ເກືອບທັງໝົດ, ຮົ້ວກີດຂວາງກຳນົດ ແລະ ບັນດາການກີດຂວາງ ເພື່ອສ້າງກາລະໂອກາດດຳເນີນທຸລະກິດໃຫ້ແກ່ທັງສອງຝ່າຍ.

ການລະເບີດໂລກລະບາດໂຄວິດ - 19 ຮອບນີ້ ຢູ່ ຫວຽດນາມ ໄດ້ຈຳກັດ ແລະ ເຮັດໃຫ້ຂາດວັກຂາດຕອນລະບົບສະໜອງ ແລະ ເຮັດໃຫ້ບັນດາວິສາຫະກິດຕ້ອງຢຸດຕິການເຄື່ອນໄຫວ ໂດຍບໍ່ຫົວຊາຕໍ່ຜົນກະທົບທາງລົບຂອງໂລກລະບາດໂຄວິດ - 19 ຕໍ່ພື້ນຖານເສດຖະກິດ ຫວຽດນາມ, ມີນັກລົງທຶນຕ່າງປະເທດຫຼາຍຄົນ ຍັງໄດ້ເລືອກ ຫວຽດນາມ ແມ່ນຈຸດນັດພົບແຖວໜ້າ ເພື່ອສ້າງບັນດາໂຮງງານຜະລິດເອເລັກໂຕນິກ.

ຕອບກັບ

ຂ່າວ/ບົດ​ອື່ນ