ຂະແໜງເກີບໜັງວາງຈຸດໝາຍບັນລຸມູນຄ່າສົ່ງອອກໄດ້14ຕື້USDໃນປີ2015

ຂະແໜງເກີບໜັງວາງຈຸດໝາຍບັນລຸມູນຄ່າສົ່ງອອກໄດ້14ຕື້USDໃນປີ2015 - ảnh 1
ພາບ​ປະ​ກອບ

(vovworld) – ໃນ​ປີນີ້, ຂະ​ແໜງ​ເກີ​ບ​ໜັງ ຫວຽດ​ນາມ ໄດ້​ວາງ​ຈຸດ​ໝາຍ, ຍຸດ​ທະ​ສາ​ດ ພັດ​ທະ​ນາ​ແບບ​ຍືນ​ຍົງ, ໃນ​ນັ້ນ​ວົງ​ເງິນ​ສົ່ງ​ອອກ​ບັນ​ລຸ​ແຕ່ 13,5 ຫາ 14 ຕື້ USD. ເພື່ອ​ບັນ​ລຸ​ຈຸດ​ໝາຍ​ນີ້​ໃຫ້​ໄດ້, ນັບ​ແຕ່​ຕົ້ນ​ປີນີ້, ຂະ​ແໜງ​ເກີບ​ໜັງ​ໄດ້​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ສະ​ດວກ​ໃນ​ການ​ສົ່ງ​ອອກ ຈາກ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ ອີ​ຢູ, ສ. ເກົາຫຼີ ແລະ ພິ​ເສດ​ແມ່ນ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ​້າມ​ປາ​ຊີ​ຟິກ. ຕາມ​ທ່ານ​ນາງ ຟານ​ທິ​ແທງ​ຊວນ, ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ສະ​ມາ​ຄົມ​ເກີບ​ໜັງ - ກະເປົາ ຫວຽດ​ນາມ ແລ້ວ, ປີ 2015, ແງ່​ຫວັງ​ສົ່ງ​ອອກ​ຂອງ​ຂະ​ແໜງ​ເກີບ​ໜັງ​ດີ​ພໍ​ສົມ​ຄວນ, ຍ້ອນ​ບັນ​ດາ​ສັນ​ຍາ​ກັບ​ບັນ​ດາ​ບໍ​ລິ​ສັດ​ເກີບ​ໜັງ​ໃຫຍ່​ຍັງ​ມີ​ຜົນ​ສັກ​ສິດ ແລະ ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ກ່ຽວ​ກັບ​ປະ​ລິ​ມານ. ທ່ານ​ນາງ ຟານ​ທິ​ແທງ​ຊວນ, ໃຫ້​ຮູ້​ວ່າ:

        “ຈຸດ​ໝາຍ​ຂອງ​ພວ​ກ​ຂ້າ​ພະ​ເຈົ້າ​ຍັງ​ສຸມ​ໃສ່​ເຂົ້າ​ໃນ​ການ​ເຕີບ​ໂຕ​ການ​ສົ່ງ​ອອກ ແລະ ເປັນ​ເຈົ້າ​ການ​ໃນ​ຕະຫຼາດ​ພາຍ​ໃນ​ປະ​ເທດກໍ່​ຄື​ເພີ່ມທະ​ວີ​ອັດ​ຕາ​​ສິນ​ຄ້າ​ພາຍ​ໃນຢູ່​ໃນ​ລະ​ດັບ 65% - 70%, ພ້ອ​ມ​ທັງ​ສ້າງ​ເຂດ​ສະ​ໜອງວັດ​ຖຸ​​ດິບຕອບ​ສະ​ໜອງ​ໄດ້​ຄວາມ​ຕ້ອງ​ການ​ຜະ​ລິດ ກໍ່​ຄື​ຄວາມ​ຕ້ອງ​ການ​ຢູ່ພາຍ​ໃນ​ປະ​ເທດ. ໜຶ່ງ​ໃນ​ບັນ​ດາ​ສິ່ງ​ສຳ​ຄັນ​ໜຶ່ງ​ອີກ​ແມ່ນ​ອາດ​ຈະ​ຍົກ​ສູງ​ຄຸນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ສ້າງ​ບັນ​ດາ​ຜະ​ລິດ​ຕະ​ພັນ ແລະ ສະ​ມັດ​ຕະ​ພາບ​ຄຸນ​ນະ​ພາບ, ຍົກ​ສູງ ກໍ່​ຄື​ຮັ​ບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະ​ຊາ​ຊົນ​ຜູ້​ອອກ​ແຮງ​ງານ, ຕອ​ບ​ສະ​ໜອງ​ໄດ້​ບັນ​ດາ​ມາດ​ຖານ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ, ສັງ​ຄົມ ມຸ່ງ​ໄປ​ເຖິງ​ການ​ຜະ​ລິດ​ແບບ​ຍືນ​ຍົງ.”


ຂ່າວ/ບົດ​ອື່ນ