ຂະແໜງເກີບໜັງສົ່ງອອກໃນປີ 2018 ຄາດວ່າບັນລຸ 19,5 ຕື້ USD

(VOVWORLD) -  ສະຫະສະມາຄົມເກີບໜັງ - ກະເປົາ ຫວຽດນາມ ໃຫ້ຮູ້ວ່າ: 11 ເດືອນປີ 2018, ຫວຽດນາມ ສົ່ງອອກເກີບໜັງບັນລຸກ່ວາ 14,6 ຕື້ USD, ເພີ່ມຂຶ້ນ 10,9%. ຍອດວົງເງິນການຄ້າສົ່ງອອກໃນປີ 2018 ຄາດວ່າບັນລຸ 19,5 ຕື້ USD.
ຂະແໜງເກີບໜັງສົ່ງອອກໃນປີ 2018 ຄາດວ່າບັນລຸ 19,5 ຕື້ USD - ảnh 1ຂະແໜງເກີບໜັງສົ່ງອອກໃນປີ 2018 ຄາດວ່າບັນລຸ 19,5 ຕື້ USD (ພາບອິນເຕີແນັດ) 

ທ່ານນາງ ຟ້າມທິແທັງຊວນ, ຮອງປະທານທັງເປັນເລຂາທິການໃຫຍ່ສະຫະສະມາຄົມເກີບໜັງ - ກະເປົາ ຫວຽດນາມ ໃຫ້ຮູ້ວ່າ: ປີ 2018 ບັນດາຕະຫລາດຈຸດສຸມໃນການສົ່ງອອກຂອງ ຫວຽດນາມ ຍັງຄົງມີລະດັບການເຕີບໂຕດີ ພິເສດແມ່ນຕະຫລາດ ອາເມລິກາ, ອີຢູ, ຍີ່ປຸ່ນ, ຈີນ. ເຖິງຢ່າງໃດກໍ່ຕາມ, ທ່ານນາງ ຟ້າມທິແທັງຊວນ ຖືວ່າ:

        ຍ້ອນບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ມີຄວາມລື້ງເຄີຍໃນການຂາຍຍ່ອຍ ແລະ ພວກເຮົາມີແຕ່ສຸມໃສ່ເຂົ້າໃນບັນດາຕະຫລາດພາຍໃນ ສະນັ້ນ ເມື່ອມີໂອກາດ ຖ້າຫາກພວກເຮົາບໍ່ພັດທະນາ ແລະ ຍົກລະດັບຂອບຂະໜາດ ກໍ່ຄືກຳລັງຄວາມສາມາດໃນການຜະລິດ ນັ້ນແນ່ນອນວ່າພວກເຮົາບໍ່ອາດຕອບສະໜອງໄດ້ບັນດາຄວາມຮຽກຮ້ອງຕ້ອງການນັ້ນ. ດັ່ງນັ້ນ, ຕ້ອງປັບປຸງກຳລັງຄວາມສາມາດ, ດ້ານການເງິນ ແລະ ກຳລັງຄວາມສາມາດດ້ານມະນຸດ ກໍ່ຕ້ອງໄດ້ຮັບການປັບປຸງ ພວກເຮົາຈຶ່ງກຳແໜ້ນໄດ້ກາລະໂອກາດ.

ຕອບກັບ

ຂ່າວ/ບົດ​ອື່ນ