ຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານຫວຽດນາມດຶງດູດວິສາຫະກິດລາຊະອານາຈັກອັງກິດ

ຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານຫວຽດນາມດຶງດູດວິສາຫະກິດລາຊະອານາຈັກອັງກິດ - ảnh 1
ພາບປະກອບ

(vovworld) – ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ກາລະ​ໂອກາດ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ແລະ ສື່ສານ (ICT) ກັບ​ຫວຽດນາມ ​ໂດຍ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ພ້ອມ​ກັບ​ສະຖານທູດ​ ຫວຽດນາມ ປະຈຳ​ລາຊະ​ອານາຈັກ ອັງກິດ ​ແລະ ອາຍ​ແລນ​ເໜືອ, ສະພາ​ການ​ຄ້າ​ອັງກິດ - ອາ​ຊຽນ (UKABC)  ​ແລະ ອົງການ​ຊາຍ​ຄາ ອາຊີ (Asia House) ສົມທົບ​ກັນ​ຈັດ​ຕັ້ງ​ໃນ​ວັນ​ທີ 30/10, ຢູ່ ລອນ​ດອນ. ກ່າ​ວຄຳ​ເຫັນ​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ຫວູກວາງ​ມິ​ງ ຢືນຢັນ​ວ່າ: ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ບັນດາ​ທ່າ​ແຮງ​ປະຈຸ​ບັນ, ຕະຫຼາ​ດ ຫວຽດນາມ ພວມ​ນຳ​ມາ​ກາລະ​ໂອກາດ​ຫຼາຍ​ຢ່າງ​ໃຫ້​ແກ່​ວິ​ສາ​ຫະກິດ​ຕ່າງປະ​ເທດ​ເວົ້າ​ລວມ ​ແລະ ວິ​ສາ​ຫະກິດ​ອັງກິດ ​ເວົ້າ​ສະ​ເພາະ. ​ໄລຍະ​ຜ່ານ​ມາ, ຂົງ​ເຂດ ICT ຢູ່ ຫວຽດນາມ ​ໄດ້​ມີ​ບາດກ້າວ​ພັດທະນາ​ຢ່າງ​ແຮງ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ຄວາມ​ມານະ​ພະຍາຍາມ​ຊຸກຍູ້​ການ​ເຕີບ​ໂຕ​ຂອງ​ທັງ​ພື້ນຖານ​ເສດຖະກິດ. ຄວາມ​ຈິງ​ນີ້​ໄດ້​ສ້າງ​ພື້ນຖານ​ເພື່ອ​ໃຫ້ ​ຫວຽດນາມ  ​ເປີດ​ກ້ວາງ​ການ​ຮ່ວມ​ມື, ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ກັບບັນດາ​ວິ​ສາ​ຫະກິດ ອັງກິດ. ດັ່ງ​ນັ້ນ, ກອງ​ປະຊຸມ​ສຳ​ມະ​ນາ​ເປັນ​ກາລະ​ໂອກາດ​ເພື່ອ​​ໃຫ້​ບັນດາ​ວິ​ສາ​ຫະກິດ ອັງກິດ ຊອກ​ຮູ້​ກ່ຽວ​ກັບ​ຕະຫຼາດ ຫວຽດນາມ ດ້ວຍ​ຫຼາຍກາລະ​ໂອກາດ ​ແລະ ຄວາມ​ສາມາດ​ນຳ​ມາ​​ເຊິ່ງຜົນ​ກຳ​ໄລ​ສູງ.

ຂ່າວ/ບົດ​ອື່ນ