ຂະແໜງໂທລະຄົມມະນາຄົມ - ພື້ນຖານໂຄງລ່າງຊຸກຍູ້ການຫັນເປັນດີຈີຕອນລະດັບຊາດ

(VOVWORLD) - ໃນ 6 ເດືອນຕົ້ນປີ, ວຽກງານຕໍ່ສູ້, ສະກັດກັ້ນຂໍ້ມູນຂ່າວທີ່ຜິດພາດທາງສື່ສັງຄົມອອນລາຍຂ້າມຊາຍແດນ ກໍ່ບັນລຸໄດ້ຜົນງານຫຼາຍຢ່າງທີ່ໜ້າປະເອີບໃຈ.
ຂະແໜງໂທລະຄົມມະນາຄົມ - ພື້ນຖານໂຄງລ່າງຊຸກຍູ້ການຫັນເປັນດີຈີຕອນລະດັບຊາດ - ảnh 1(ພາບປະກອບ)

        “ໂທລະຄົມມະນາຄົມໄດ້ເພີ່ມລະດັບຄວາມໄວ, ສ້າງພື້ນຖານດີຈີຕອນໃຫ້ແກ່ວິວັດການຫັນປະເທດຊາດເປັນດີຈີຕອນ” - ແມ່ນໜຶ່ງໃນບັນດາການຕີລາຄາສຳຄັນຂອງການນຳກະຊວງຖະແຫຼງຂ່າວ - ສື່ສານ ຫວຽດນາມ ທີ່ກອງປະຊຸມສະຫຼຸບວຽກງານຖະແຫຼງຂ່າວ ແລະ ສື່ສານໃນ 6 ເດືອນຕົ້ນປີ ແລະ ທິດທາງ, ໜ້າທີ່ໃນໄລຍະ 6 ເດືອນທ້າຍປີ 2023 ຖືກຈັດຂຶ້ນໃນຕອນເຊົ້າວັນທີ 30 ມິຖຸນາ, ຢູ່ ຮ່າໂນ້ຍ.

        ໃນ 6 ເດືອນຕົ້ນປີ, ວຽກງານຕໍ່ສູ້, ສະກັດກັ້ນຂໍ້ມູນຂ່າວທີ່ຜິດພາດທາງສື່ສັງຄົມອອນລາຍຂ້າມຊາຍແດນ ກໍ່ບັນລຸໄດ້ຜົນງານຫຼາຍຢ່າງທີ່ໜ້າປະເອີບໃຈ. ຂະແໜງການສຸມໃສ່ກວດກາ, ແກ້ໄຂບັນດາຊ່ອງຂໍ້ມູນຜິດພາດ, ບັນດາ fanpage ປະຕິການ. ທາງກະກວງໄດ້ຮຽກຮ້ອງໃຫ້ Facebook, Google ແກ້ໄຂດາບັນຊີລົງທະບຽນ, fanpage ທີ່ລະເມີດ, ຊ່ອງ Youtube ຜິດພາດຢູ່ ຫວຽດນາມ ແລະ ບັນລຸອັດຕາສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ, ກວ່າ 90%.

        ໃນໄລຍະຈະມາເຖິງ, ກົມກະຈາຍສຽງ, ໂທລະພາບ ແລະ ສື່ສານເອເລັກໂຕນິກ ຈະເພີ່ມທະວີການຕໍ່ສູ້, ສະກັດດກັ້ນແຫຼ່ງຂ່າວຜິດພາດທາງສື່ສັງຄົມອອນລາຍຂ້າມຊາຍແດນ. ພ້ອມທັງ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຈະສືບຕໍ່ໜູນຊ່ວຍ, ຊຸກຍູ້ຫົວໜ່ວຍທີ່ກ່ຽວຂ້ອງ ຍູ້ແຮງການປະຕິບັດບັນດາໜ້າທີ່ຫັນເປັນດີຈີຕອນ, ເຊື່ອມຕໍ່ການແບ່ງປັນຂໍ້ມູນ, ສ້າງບັນດານະໂຍບາຍກ່ຽວກັບລະບອບລະບຽບການໃຫ້ສົມບູນແບບ, ຕົວເມືອງອັດສະລິຍະ ແລະ ບັນດາບັນຫາກ່ຽວກັບການບໍລິການສາທາລະນະທາງອອນລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ