ຂະແໜງໄອຍະການຫວຽດນາມແລະກຸຍບາແລກປ່ຽນບົດຮຽນກ່ຽວກັບການປົກປ້ອງສິດຜົນປະໂຫຍດຂອງພົນລະເມືອງ

ຂະແໜງໄອຍະການຫວຽດນາມແລະກຸຍບາແລກປ່ຽນບົດຮຽນກ່ຽວກັບການປົກປ້ອງສິດຜົນປະໂຫຍດຂອງພົນລະເມືອງ - ảnh 1
ຂະແໜງໄອຍະການຫວຽດນາມແລະກຸຍບາແລກປ່ຽນບົດຮຽນ
ກ່ຽວກັບການປົກປ້ອງສິດຜົນປະໂຫຍດຂອງພົນລະເມືອງ
(ພາບ: TTXVN)


(vovworld) – ​​​ໃນ​ລະຫວ່າງ​ວັນ​ທີ 10 – 12/11, ອົງການ​ໄອ​ຍະ​ການ​ກຸຍ​ບາ ​ແລະ ອົງການ​​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ “​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ບາງ​ບັນຫາ​ກ່ຽວຂ້ອງ​ເຖິງ​ການ​ປົກປ້ອງ​ສິດ​ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ພົນລະ​ເມືອງ”. ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ການ​​ແລກປ່ຽນ​ຫົວ​ຂໍ້​ສະ​ເພາະ​ແມ່ນ​ທ່ານ​ຮອງ​ຫົວໜ້າ​ອົງການ​​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ເຈີ​ນກົງ​ຟ່ານ. ຄະນະ​ຜູ້​ແທນ​ປະ​ເທດ​ເຈົ້າພາບກຸຍ​ບາ ໂດຍ​ທ່ານ​ຮອງ​ຫົວໜ້າ​ອົງການ​ໄອ​ຍະ​ການ​ກຸຍ​ບາ Marlen Fernandez Machado ນຳ​ໜ້າ. 2 ຝ່າຍ​ໄດ້​ປຶກສາ​ຫາ​ລື​ 2 ຫົວ​ຂໍ້​ແມ່ນ ບົດບາດ​ຂອງ​ອົງ​ການ​​ໄອ​ຍະ​ການ​ໃນ​ການ​ປົກ​ປ້ອງ​ສິດ​ຂອງ​ເດັກ​ນ້ອຍ ​ແລະ ​ເຍົາ​ວະ​ຊົນ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ກຳລັງ​​ໄອ​ຍະ​ການ ​ເພື່ອ​ຮັບປະກັນ​ລັກສະນະ​​ຖືກ​ຕ້ອງຕາ​ມກົດໝາຍ​ຂອງ​ເລື່ອງ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ​ອາຍາ. ພ້ອມ​ທັງ​​ແບ່ງປັນ​ບົດຮຽນ ​ເພື່ອ​ແນ​ໃສ່ປັບປຸງ​ວຽກງານ​​ໄອ​ຍະ​ການ​ຢູ່​ແຕ່ລະ​ປະ​ເທດ.

ຂ່າວ/ບົດ​ອື່ນ