ຂ່າວໂຄສະນາກ່ຽວກັບເວທີປາໄສເສດຖະກິດ ອາຊຽນ (WEF ASEAN)

(VOVWORLD) - ກອງປະຊຸມດ້ວຍການເຂົ້າຮ່ວມຂອງບັນດາການນຳ ອາຊຽນ, ບັນດາອົງການຈັດຕັ້ງສາກົນ, ບັນດາການນຳວິສາຫະກິດແຖວໜ້າໃນພາກພື້ນ ແລະ ໂລກ

ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ ປີ 2018 (ເອີ້ນຫຍໍ້ວ່າ WEF ASEAN) ຈະໄດ້ຈັດຕັ້ງແຕ່ວັນທີ 11 – 13 ກັນຍາ ຈະມາເຖິງຢ່າງເປັນທາງການ. ກອງປະຊຸມດ້ວຍການເຂົ້າຮ່ວມຂອງບັນດາການນຳ ອາຊຽນ, ບັນດາອົງການຈັດຕັ້ງສາກົນ, ບັນດາການນຳວິສາຫະກິດແຖວໜ້າໃນພາກພື້ນ ແລະ ໂລກນີ້ຈະແມ່ນກາລະໂອກາດເພື່ອສ້າງກຳນົດທິດໃໝ່ໃຫ້ແກ່ການເຕີບໂຕຂອງພາກພື້ນ ອາຊຽນ ໃນຍຸກສະໄໝຂອງການປະຕິວັດອຸດສາຫະກຳ 4.0 ເປັນຮູບປະຖຳ ແລະ ເປີດບັນດາຄວາມສາມາດບົ່ມຊ້ອນແຫ່ງການຮ່ວມມືອັນໃຫຍ່ຫຼວງບໍ່ພຽງແຕ່ຢູ່ພາຍໃນ ອາຊຽນ ເທົ່ານັ້ນ ຫາກຍັງຢູ່ພາຍນອກພາກພື້ນອີກດ້ວຍ.

        ເມື່ອຕີລາຄາກ່ຽວກັບບົດບາດຂອງ ຫວຽດນາມ ໃນວຽກງານກະກຽມໃຫ້ແກ່ WEF ASEAN 2018 ກໍ່ຄືການເຂົ້າຮ່ວມຂອງ ຫວຽດນາມ ໃນບັນດາການເຄື່ອນໄຫວຮ່ວມມືກັບ WEF, ທ່ານ Borge Brende, ປະທານເວທີປາໄສເສດຖະກິດໂລກ (WEF), ຢັ້ງຢືນວ່າ:

        “ຫວຽດນາມ ແມ່ນປັດໄຈສຳຄັນໃນພາກພື້ນ ອາຊຽນ. ຫວຽດນາມ ມີບັນດາບາດກ້າວຟື້ນຟູຢ່າງແຮງພາຍຫຼັງວິກິດການດ້ວຍລະດັບເຕີບໂຕດ້ານເສດຖະກິດສູງ, ພິເສດແມ່ນໃນຈຸດເວລາທີ່ໂລກພວມເກີດບັນດາສິ່ງທ້າທາຍອັນໃຫຍ່ຫຼວງກ່ຽວກັບການເຕີບໂຕຢ່າງໝັ້ນຄົງ. ພວກຂ້າພະເຈົ້າຕີລາຄາສູງບົດບາດຮ່ວມມືຂອງ ຫວຽດນາມ ໃນບັນດາເວທີປາໄສຂອງ WEF ແລະ ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ການຮ່ວມມືນັ້ນໄດ້ນຳມາເຊິ່ງບັນດາຜົນງານເປັນໜ້າສົ່ງເສີມ. ພວກຂ້າພະເຈົ້າກໍ່ຮ່ວມມືແໜ້ນແຟ້ນກັບ ຫວຽດນາມ ເພື່ອຈັດຕັ້ງກອງປະຊຸມ WEF ASEAN 2018. ພວກເພື່ອນໄດ້ເຮັດວຽກຢ່າງມີວິຊາການ ແລະ ມີປະສິດທິຜົນທີ່ສຸດ.”

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ