ຂ້​າຫຼວງ​ໃຫຍ່ ສ​ປ​ຊ ກ່ຽວ​ກັບ​ສິ​ດ​ທິ​ມະ​ນຸດ ຕຳໜິ​ຕິ​ຕຽນແຜນ​ການ ​ໂຮມ​ດິນ​ແດນ​ຝັ່ງ​ຕາ​ເວັ​ນ​ຕົກ​ຂອງ ອິດ​ສະ​ລາ​ແອັນ​ຜິດກົດ​ໝາຍ

(VOVWORLD) -ວັນທີ 29 ມິຖຸນາ, ທ່ານນາງ Michelle Bachelet ຂ້າຫຼວງໃຫຍ່ ສປຊ ກ່ຽວກັບ ສິດທິມະນຸດໄດ້ປະກາດວ່າ ແຜນການຂອງອິດສະລາແອັນທີ່ໂຮມດິນແດນຝັ່ງຕາເວັນຕົກ ໂດຍເປັນຜືນແຜ່ນດິນສ່ວນໜຶ່ງ ຂອງ ປາແລັດສະຕິນ ທີ່ຖືກຢຶດຄອງຢູ່ຝັ່ງຕາເວັນຕົກ ແມ່ນ “ຜິດກົດໝາຍ”, ພ້ອມທັງກ່າວເຕືອນການກະທຳນີ້ອາດຈະກໍ່ຜົນຮ້າຍທີ່ໜັກໜ່ວງ. 
ຂ້​າຫຼວງ​ໃຫຍ່ ສ​ປ​ຊ ກ່ຽວ​ກັບ​ສິ​ດ​ທິ​ມະ​ນຸດ ຕຳໜິ​ຕິ​ຕຽນແຜນ​ການ ​ໂຮມ​ດິນ​ແດນ​ຝັ່ງ​ຕາ​ເວັ​ນ​ຕົກ​ຂອງ ອິດ​ສະ​ລາ​ແອັນ​ຜິດກົດ​ໝາຍ - ảnh 1ພູພຽງ Golden (ພາບ: TTXVN) 

ທ່ານນາງ Bachelet ໄດ້ຢັ້ງຢືນວ່າ ບໍ່ວ່າການກະທຳໃດໆຂອງອິດສະລາແອັນ ທີ່ໂຮມ ເນື້ອທີ່ເຂດຝັ່ງຕາເວັນຕົກເຂົ້າ 5% ຫຼື 30% ກໍ່ລ້ວນແຕ່ແມ່ນຜິດກົດໝາຍ, ພ້ອມທັງທ່ານນາງກໍ່ສະແດງຄວາມວິຕົກກັງວົນກ່ຽວກັບທັດສະນະນີ້ ເຊິ່ງ ຈະສ້າງການຄັດຄ້ານທີ່ແກ່ຍາວ ເປັນເວລາຫຼາຍສິບປີ ແລະ ຈະທຳລາຍອິດສະລາແອັນຢ່າງຮ້າຍແຮງ, ກໍ່ຄືຊາວປະແລັດສະຕິນ.

ກ່ອນໜ້ານັ້ນ, ທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະລາແອັນໄດ້ປະກາດວ່າ ພ້ອມແລ້ວທີ່ຈະເຈລະຈາກັບ ປາແລັດສະຕິນ ບົນພື້ນຖານ “ແຜນການສ້າງສັນຕິພາບ” ຢູ່ພາກຕາເວັນອອກກາງ ຂອງ ທ່ານ ປະທານາທິບໍດີ ອາເມລິກາ Donald Trump. ກ່າວຄຳເຫັນກ່ອນເວລາ ທີ່ທ່ານຍົກອອກມາ ເພື່ອປະຕິບັດການໂຮມເຂດຝັ່ງຕາເວັນຕົກທີ່ຖືກຢຶດຄອງເຂົ້າອິດສະລາແອັນ 2 ວັນ, ທ່ານ Netanyahu ໄດ້ເລ່ງລັດຊາວປາແລັດສະຕິນປະຕິບັດຕາມແຜນການນີ້.

ຕອບກັບ

ຂ່າວ/ບົດ​ອື່ນ