ຂ້າຫຼວງໃຫຍ່ສິດທິມະນຸດສປຊຕີລາຄາສູງຜົນງານຂອງຫວຽດນາມກ່ຽວກັບວຽກງານຊຸກຍູ້ແລະປົກປ້ອງສິດທິມະນຸດ

(VOVWORLD) -ທ່ານນາງ M
iche
lle Bachelet ໄດ້ຕີລາຄາສູງບົດບາດ, ການຮ່ວມມືຂອງຫວຽດນາມ ດ້ວຍບັນດາກົນໄກຂອງສະຫະປະຊາຊາດ ແລະ ບັນດາຜົນງານຂອງຫວຽດນາມ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດໃນໄລຍະມໍ່ໆມານີ້.

ຂ້າຫຼວງໃຫຍ່ສິດທິມະນຸດສປຊຕີລາຄາສູງຜົນງານຂອງຫວຽດນາມກ່ຽວກັບວຽກງານຊຸກຍູ້ແລະປົກປ້ອງສິດທິມະນຸດ - ảnh 1ທ່ານນາງເອກອັກຄະລັດຖະທູດຫວຽດນາມ ເລທິຕວ໊ຽດມາຍ ແລະ ທ່ານນາງ Michelle Bachelet, ຂ້າຫຼວງໃຫຍ່ສະຫະປະຊາຊາດ

(ພາບ: TTXVN)

ວັນທີ 18 ກຸມພາ, ທ່ານນາງເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ເລທິຕວ໊ຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ອົງການການຄ້າໂລກ (WTO) ແລະ ບັນດາອົງການສາກົນອື່ນຢູ່ເຊີແນວ, ປະເທດສະວິດ ໄດ້ມີການພົບປະຕາມພິທີການທູດ ແລະ ແລກປ່ຽນກັບທ່ານນາງ Michelle Bachelet, ຂ້າຫຼວງໃຫຍ່ສະຫະປະຊາຊາດ ຢູ່ສຳນັກງານຫ້ອງການຂ້າຫຼວງໃຫຍ່ສິດມະນຸດສະຫະປະຊາຊາດຢູ່ເຊີແນວ, ປະເທດສະວິດ.

          ນະທີ່ນີ້, ທ່ານນາງ Michelle Bachelet ໄດ້ຕີລາຄາສູງບົດບາດ, ການຮ່ວມມືຂອງຫວຽດນາມ ດ້ວຍບັນດາກົນໄກຂອງສະຫະປະຊາຊາດ ແລະ ບັນດາຜົນງານຂອງຫວຽດນາມ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດໃນໄລຍະມໍ່ໆມານີ້. ທ່ານນາງປາດຖະໜາວ່າ, ຫວຽດນາມ ຈະສືບຕໍ່ມີການປະກອບສ່ວນຢູ່ສະພາສິດທິມະນຸດສະຫະປະຊາຊາດ ແລະ ປະກອບສ່ວນໃຫ້ແກ່ບັນດາເປົ້າໝາຍພັດທະນາແບບຍືນຍົງຢູ່ຫວຽດນາມ ແລະ ຢູ່ພາກພື້ນ, ພ້ອມກັນນັ້ນ, ກໍ່ເສີມຂະຫຍາຍບົດບາດເປັນປະທານອາຊຽນ…

          ສ່ວນທ່ານນາງເອກອັກຄະລັດຖະທູດ ເລທິຕວ໊ຽດມາຍ ໄດ້ແຈ້ງໃຫ້ຊາບກ່ຽວກັບບາງບຸລິມະສິດ, ນະໂຍບາຍ ແລະ ຜົນງານພົ້ນເດັ່ນຂອງຫວຽດນາມ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດຫວ່າງມໍ່ໆມານີ້. ທ່ານນາງ ເລທິຕວ໊ຽດມາຍ ໄດ້ຢືນຢັນວ່າ ເລື່ອງຊຸກຍູ້ ແລະ ປົກປ້ອງສິດທິມະນຸດກໍ່ແມ່ນບັນດາບັນຫາຈຸດສຸມໃນການຜັນຂະຫຍາຍລັດຖະທຳມະນູນປີ 2013 ແລະ ນະໂຍບາຍພັດທະນາເສດຖະກິດ - ສັງຄົມຂອງຫວຽດາມ.

ຕອບກັບ

ຂ່າວ/ບົດ​ອື່ນ