ຂ່ຳນັບຮັບຕ້ອນງານບຸນໃຫຍ່ສະເຫຼີມສະຫຼອງ 81 ປີແຫ່ງວັນສ້າງຕັ້ງພຸດທະສາສະໜາ ຮ່ວາຫາວ

(VOVWORLD) - ສະເຫຼີມສະຫຼອງ 81 ປີແຫ່ງວັນສ້າງຕັ້ງພຸດທະສາສະໜາ ຮ່ວາຫາວ (18/05 ປີເຖາະ - 18/05 ປີຊວດ), ຕອນບ່າຍວັນທີ 06 ກໍລະກົດ, ຢູ່ວັດ ອານຮ່ວາຕຶ (ເທດສະບານ ຝູໝີ, ເມືອງ ເຕິນຝູ, ແຂວງ ອານຢາງ), 

ທ່ານ ເຮົ່າອາເລັ່ງ, ຮອງປະທານ - ເລຂານຸການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ລົງຢ້ຽມຢາມ, ອວຍພອນຄະນະບໍລິຫານສູນກາງສະມາຄົມພຸດທະສາສະໜາ ຮ່ວາຫາວ ພ້ອມດ້ວຍພຸດທະສາສະນິກກະຊົນ ຮ່ວາຫາວ ທຸກຖ້ວນໜ້າ.

ຂ່ຳນັບຮັບຕ້ອນງານບຸນໃຫຍ່ສະເຫຼີມສະຫຼອງ 81 ປີແຫ່ງວັນສ້າງຕັ້ງພຸດທະສາສະໜາ ຮ່ວາຫາວ - ảnh 1 ທ່ານ ເຮົ່າອາເລັ່ງ, ຮອງປະທານ - ເລຂານຸການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ

ສະພາບການໂລກລະບາດໂຄວິດ-19 ຢູ່ ຫວຽດນາມ ໄດ້ຮັບການຄວບຄຸມໃນເບື້ອງຕົ້ນ, ທ່ານ ເຮົ່າອາເລັ່ງ ປາດຖະໜາຢາກໃຫ້ໃນໄລຍະຈະມາເຖິງ, ບັນດາພະສົງສຳມະເນນໃນຄະນະບໍລິຫານສູນກາງສະມາຄົມພຸດທະສາສະໜາ ຮ່ວາຫາວ, ຜູ້ມີຍົດຖາບັນດາສັກ ແລະ ພໍ່ແມ່ປະຊາຊົນຊາວພຸດທະສາສະໜາ ຮ່ວາຫາວ ທຸກຖ້ວນໜ້າ ຄວນຕັ້ງໜ້າຕອບສະໜອງ, ຍູ້ແຮງບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ຊຸກຍູ້ເສດຖະກິດພັດທະນາ.

        ເນື່ອງໃນໂອກາດນີ້, ຄະນະປະຕິບັດງານຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ກໍ່ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍ ເຊິ່ງແມ່ນຊາວພຸດທະສາສະນິກກະຊົນ ຮ່ວາຫາວ ທີ່ດີເດັ່ນຢູ່ ເມືອງ ຝູເຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ