ຄັງອຸປະກະລະເດັກນ້ອຍ ຫວຽດນາມ ມອບນຳ້ນົມ ແລະ ທຶນສຶກສາໃຫ້ເດັກນ້ອຍ

(VOVWORLD) - ໃນວັນທີ 24 ທັນວາ, ທີ່ໂຮງຮຽນປະຖົມຕາແສງ ເຍີນຮ່ວາ, ເມືອງ ໝີຮ່າວ, ແຂວງ ຮືງອຽນ, ຄັງອຸປະກະລະເດັກນ້ອຍ ຫວຽດນາມ ຈັດຕັ້ງລາຍການມອບນຳ້ນົມ ແລະ ທຶນສຶກສາໃຫ້ເດັກນ້ອຍທຸກຍາກໃນແຂວງ.
ຄັງອຸປະກະລະເດັກນ້ອຍ ຫວຽດນາມ ມອບນຳ້ນົມ ແລະ ທຶນສຶກສາໃຫ້ເດັກນ້ອຍ - ảnh 1 ຄັງອຸປະກະລະເດັກນ້ອຍ ຫວຽດນາມ ມອບນຳ້ນົມ ແລະ ທຶນສຶກສາໃຫ້ເດັກນ້ອຍ

ເຂົ້າຮ່ວມລາຍການມີທ່ານ ຫງວຽນແຮ້ງຟູ໋ກ, ເລຂານຸການໃຫຍ່ສະພາແຫ່ງຊາດ, ພ້ອມກັບການນຳກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ແລະ ການນຳແຂວງ ຮືງອຽນ.

        ຄັງອຸປະກະລະເດັກນ້ອຍ ຫວຽດນາມ ມອບທຶນການສຶກສາ 100 ທຶນໃຫ້ເດັກນ້ອຍທີ່ມີສະພາບຫຍຸ້ງຍາກພິເສດແຕ່ຮຽນເກັ່ງ, ທຶນການສຶກສາແຕ່ລະທຶນມີມູນຄ່າ 1 ລ້ານດົ່ງ ແລະ ມອບຂອງຂວັນ 200 ພຸດ, ແຕ່ລະພຸດມີມູນຄ່າ 500.000ດົ່ງໃຫ້ເດັກນ້ອຍທີ່ປະສົບຄວາມຫຍຸ້ງຍາກຂອງເມືອງ ໝີຮ່າວ. ຄັງອຸປະກະລະເດັກນ້ອຍ ຫວຽດນາມ ກໍ່ມອບຂອງຂວັນ 300 ທຶນໃຫ້ເດັກພິການ, ນັກຮຽນຢູ່ເມືອງ ໝີຮ່າວ ແລະ ເມືອງຄ໋ວາຍຈາວ.

        ໃນວັນດຽວກັນ, ເມືອງ ໝີຮ່າວ ເປີດສະຫຼອງ ໂຮງຮຽນອະນຸບານຕາແສງ ເຍີນຮ່ວາ. ນີ້ແມ່ນກິດຈະກຳໂດຍບໍລິສັດໃຫຍ່ ອາຍແກັສ ຫວຽດນາມ ອຸປະຖຳ, ລວມມູນຄ່າກວ່າ 2 ຕື້ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ