ຄັດຄ້ານເລື່ອງກຳປັ່ນຫາປາຈີນ ໄດ້ຕັດສາຍເຄເບີນຂອງກຳປັ່ນບິງມິງ 02

ຄັດຄ້ານເລື່ອງກຳປັ່ນຫາປາຈີນ ໄດ້ຕັດສາຍເຄເບີນຂອງກຳປັ່ນບິງມິງ 02 - ảnh 1

ກຳ​ປັ່ນ​ບິງ​ມິ​ງ 02

(ພາບ:vnexpress.net)

(vovworld) - ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຈຳນວນ​ໜຶ່ງ​ກ່ຽວ​ກັບ​ເລື່ອງ​ກຳ​ປັ່ນ​ບິງ​ມິ​ງ 02 ຖືກ​ກຳ​ປັ່ນຫາ​ປາຈີນ ຕັດ​ສາຍ​ເຄ​ເບີ​ນນັ້ນ, ທ່ານ​ຟ້າ​ມຫວຽດຢູງ, ຮອງ​ຫົວໜ້າ​ຄະນະ​ຊອກ​ຫາ​ສຳ​ຫຼວດ-ຮັບຜິດຊອບ​ຫ້ອງການ​ທະ​ເລ​ຕາ​ເວັນ​ອອກ (ສັງກັດ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັດ​ແຫ່ງ​ຊາດ​ຫວຽດນາມ-PVN) ​ໃຫ້​ຮູ້​ວ່າ: ​ໃນ​ເວລາ 4​ ໂມງ 5 ນາ​ທີ​ຂອງ​ວັນ​ທີ 30/11/2012, ​ເມື່ອກຳ​ປັ່ນ​ບິງ​ມິ​ງ 02 ​ໄດ້​ເຄື່ອນ​ໄຫວ​ຢູ່​ນອກ​ປາກ​ອ່າວ​ພາກ​ເໜືອ​ເພື່ອ​ກະກຽມ​ການ​ສຳ​ຫຼວດ, ກຳ​ປັ່ນ 2 ລຳ​ຂອງ​ຈີນ ມີ​ໝາຍ​ເລກ 16025 ​ແລະ 16028 ​ໄດ້​ຕັດ​ສາຍ​ເຄ​ເບີ​ນຂອງກຳ​ປັ່ນ​ບິງ​ມິ​ງ 02. ຈຸດ​ທີ່​ສາຍ​ເຄ​ເບີ​ນຖືກ​ຕັດ​ແມ່ນ​ຫ່າງ​ຈາກ​ເກາະ​ກົນ​ໂກ 43 ​ໄມ​ທະ​ເລ​ໄປ​ທາງ​ທິດຕາ​ເວັກ​ຕົກ. ພາຍຫຼັງ​ເກີດ​ເຫດການ​ດັ່ງກ່າວ, ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັດ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ຊີ້​ນຳ​ບັນດາ​ຫົວໜ່ວຍ​ຂຶ້ນ​ກັບກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັດ​ແຫ່ງ​ຊາດ​ຫວຽດນາມ ​ແລະ ກຳ​ປັ່ນ​ບິງ​ມິ​ງ 02 ຈົ່ງ​ແກ້​ໄຂ​ເຫດການ​ໂດຍ​ໄວ. ທ່ານ​ຟ້າ​ມຫວຽດຢູງ ຊີ້​ແຈ້ງວ່າ: ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັດ​ແຫ່ງ​ຊາດ​ຫວຽດນາມ ຄັດຄ້ານ​ເລື່ອງ​ກຳ​ປັ່ນ​ຂອງ​ຈີນ​ ໄດ້​ຕັດ​ສາຍ​ເຄ​ເບີ​ນຂອງ​ກຳ​ປັ່ນ​ບິງ​ມິ​ງ 02 ​ແລະ ສະ​ເໜີໃຫ້​ບັນດາ​ອົງການ​ທີ່​ມີໜ້າ​ທີ່​ຮັບຜິດຊອບ ຮຽກຮ້ອງ​ໃຫ້​ພົນລະ​ເມືອງ​ຈີນ​ ​ເຄົາລົບ​ນັບຖື​ອະທິປະ​ໄຕ​ຫວຽ​ດນາມ ​ໃນ​ເຂດ​ນ່ານທະ​ເລ​ຫວຽດນາມ, ບໍ່​ກໍ່​ຜົນ​ສະທ້ອນ​ເຖິງ​ການ​ເຄື່ອນ​ໄຫວປົກກະຕິ​ຂອງ​ບັນດາ​ກຳ​ປັ່ນ​ຫາ​ປາ​ຫວຽດນາມ, ​ໃນ​ນັ້ນມີ​ກຳ​ປັ່ນ​ສຳ​ຫຼວດຂອງກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັດ​ແຫ່ງ​ຊາດ​ຫວຽດນາມ.

 

ຂ່າວ/ບົດ​ອື່ນ