ຄົ້ນຄວ້າ,ຈັດຕັ້ງການຜັນຂະຫຍາຍການບໍລິການສາທາລະນະທາງອອນລາຍໜູນຊ່ວຍປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19

(VOVWORLD) -ວັນທີ 10 ເມສາ, ຫ້ອງວ່າການລັດຖະບານໄດ້ມີເອກະສານສົ່ງຄຳເຫັນຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ກ່ຽວກັບເລື່ອງຄົ້ນຄວ້າ, ຈັດຕັ້ງການຜັນຂະຫຍາຍການບໍລິການສາທາລະນະທາງອອນລາຍ

ເພື່ອໜູນຊ່ວຍປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19 ໃນປະຕູຖານຂໍ້ມູນການບໍລິການສາທາລະນະແຫ່ງຊາດ.

        ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ມອບໃຫ້ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ, ຂະແໜງປະກັນໄພສັງຄົມຫວຽດນາມ, ທະນາຄານນະໂຍບາຍສັງຄົມ ເປັນປະທານ, ສົມທົບກັບຫ້ອງວ່າການລັດຖະບານ ປະຕິບັດການຄົ້ນຄວ້າວິທີການ, ຈັດຕັ້ງການຜັນຂະຫຍາຍການບໍລິການສາທາລະນະໃນການໜູນຊ່ວຍປະຊາຊົນ, ວິສາຫະກິດທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນໂລກລະບາດໂຄວິດ-19 ໃນປະຕູຖານຂໍ້ມູນການບໍລິການສາທາລະນະແຫ່ງຊາດ ຮັບປະກັນໃຫ້ທັນການ, ຕອບສະໜອງຖືກຕ້ອງຕາມເປົ້າໝາຍ, ຄວາມຮຽກຮ້ອງຕ້ອງການຂອງລັດຖະບານ, ນາຍົກລັດຖະມົນຕີ.

ຕອບກັບ

ຂ່າວ/ບົດ​ອື່ນ