ຄົ້ນຄວ້າຮ່າງກົດໝາຍບາງສະບັບທີ່ສົ່ງຜົນກະທົບເຖິງເຂດຊົນເຜົ່າສ່ວນໜ້ອຍ

(VOVWORLD) -ໂດຍສືບຕໍ່ກອງປະຊຸມຄົບຄະນະຄັ້ງທີ 6, ຕອນເຊົ້າວັນທີ 04 ພຶດສະພາ, ບັນດາສະມາຊິກສະພາຊົນເຜົ່າຂອງສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍເຂດປົດຄອງ - ເຂດເສດຖະກິດພິເສດເວີນດົ່ນ, ບັ໋ກເວີນຟອງ, ຟຸ໋ກ໋ວກ
ຄົ້ນຄວ້າຮ່າງກົດໝາຍບາງສະບັບທີ່ສົ່ງຜົນກະທົບເຖິງເຂດຊົນເຜົ່າສ່ວນໜ້ອຍ - ảnh 1 (ພາບປະກອບ)

ລາຍງານການເຄື່ອນໄຫວນັບແຕ່ກອງປະຊຸມຄັ້ງທີ 4 ຫາກອງປະຊຸມຄັ້ງທີ 5, ການຄາດຄະເນການເຄື່ອນໄຫວພາຍຫຼັງກອງປະຊຸມຄັ້ງທີ 5 ຂອງສະພາຊົນເຜົ່າ; ໂຄງການຕິດຕາມກວດກາຂອງສະພາຊົນເຜົ່າປີ 2019.

      ເມື່ອໃຫ້ຄຳເຫັນກ່ຽວກັບຮູບແບບການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນຢູ່ບັນດາເຂດປົກຄອງ - ເສດຖະກິດພິເສດ, ທ່ານນາງ ເຟືອງທິແທງ, ສະມາຊິກສະພາແຫ່ງຊາດແຂວງບັ໋ກກ້ານ ຖືວ່າ, ອຳນາດການປົກຄອງທ້ອງຖິ່ນຢູ່ເຂດເສດຖະກິດພິເສດລວມມີ ສະພາປະຊາຊົນ ແລະ ຄະນະກຳມະການປະຊາຊົນ ດ້ວຍບັນດາການປ່ຽນແປງໃໝ່ໂດຍພື້ນຖານກ່ຽວກັບໂຄງຮ່າງການຈັດຕັ້ງ, ບົດບາດ, ໜ້າທີ່, ສິດອຳນາດ, ໜ້າທີ່ຮັບຜິດຊອບເພື່ອຮັບປະກັນລັກສະນະກະທັດລັດ, ມີປະສິດທິພາບ, ປະສິດທິຜົນ.

      ກໍ່ທີ່ກອງປະຊຸມໃນຕອນເຊົ້າວັນທີ 04 ພຶດສະພາ, ບັນດາສະມາຊິກໄດ້ປຶກສາຫາລືກ່ຽວກັບບົດລາຍງານການເຄື່ອນໄຫວນັບແຕ່ກອງປະຊຸມຄັ້ງທີ 4 ຫາກອງປະຊຸມຄັ້ງທີ 5, ຄາດຄະເນການເຄື່ອນໄຫວພາຍຫຼັງກອງປະຊຸມຄັ້ງທີ 5 ຂອງສະພາຊົນເຜົ່າ. ບົດລາຍງານຊີ້ແຈ້ງວ່າ, ຜູ້ປະຈຳການສະພາຊົນເຜົ່າ ແລະ ບັນດາສະມາຊິກໃນສະພາໄດ້ປະຕິບັດສຳເລັດບັນດາໜ້າທີ່ທີ່ໄດ້ຮັບການມອບໂອນເປັນພື້ນຖານ. ວຽກງານສ້າງກົດໝາຍ, ການເຄື່ອນໄຫວສ້າງກົດໝາຍຮັບປະກັນຖືກຕ້ອງຕາມຄວາມຮຽກຮ້ອງຕ້ອງການ ແລະ ການຈັດແບ່ງຂອງຄະນະປະຈຳສະພາແຫ່ງຊາດ. ມີຫຼາຍຂໍ້ສະເໜີແນະຂອງສະພາຊົນເຜົ່າທີ່ກ່ຽວຂ້ອງໂດຍກົງເຖິງການປະຕິບັດນະໂຍບາຍ, ກົດໝາຍ, ຮັບປະກັນຊີວິດສັງຄົມໃຫ້ພໍ່ແມ່ພີ່ນ້ອງຊົນເຜົ່າສ່ວນໜ້ອຍ ເຊິ່ງລັດຖະບານ, ນາຍົກລັດຖະມົນຕີ, ບັນດາກະຊວງ, ຂະແໜງການກ່ຽວຂ້ອງຄົ້ນຄວ້າ, ຮັບເອົາຄຳເຫັນ.

      ສຳລັບລາຍການຕິດຕາມກວດກາຂອງສະພາຊົນເຜົ່າປີ 2019, ມີຫຼາຍຄຳເຫັນໄດ້ເຫັນດີກັບເນື້ອໃນຫົວເລື່ອງສະເພາະໃນການຕິດຕາມກວດກາ “ການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການລົງທຶນພັດທະນາເສດຖະກິດ, ສັງຄົມ ຕິດພັນກັບການປະຕິບັດໂຄງການຈຸດໝາຍແຫ່ງຊາດ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ຮັບປະກັນຊີວິດສັງຄົມໃນບໍລິເວນເຂດຊົນເຜົ່າສ່ວນໜ້ອຍ, ເຂດພູດອຍ, ເຂດຊາຍແດນໄລຍະ 2009 - 2018”.

      ແລະກໍ່ທີ່ກອງປະຊຸມໃນຕອນເຊົ້າວັນທີ 04 ພຶດສະພາ, ບັນດາສະມາຊິກຂອງສະພາຊົນເຜົ່າກໍ່ໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປ້ອງກັນຊາດ (ສະບັບປັບປຸງ).

ຕອບກັບ

ຂ່າວ/ບົດ​ອື່ນ