ຄົນງານຫວຽດນາມຈາກລີບີ1.328ຄົນກັບເມືອປະເທດ

ຄົນງານຫວຽດນາມຈາກລີບີ1.328ຄົນກັບເມືອປະເທດ - ảnh 1
ຄົນງານ ຫວຽດນາມ ຢູ່ສະໜາມບິນ ມາເລເຊຍ ໃນວັນທີ 16/8
(ພາບ: Kim Dung - Chí Giáp)

(vovworld) –  ຄົນ​ງານ​ຫວຽດນາມ​ຈາກ ​ລີ​ບີ 1.328 ຄົນ​​ໄດ້ກັບ​ເມືອ​ປະ​ເທດ - ນີ້​ແມ່ນ​ແຫຼ່ງຂ່າວ​ໂດຍ​ກົມ​ຄຸ້ມ​ຄອງ​​ຄົນ​ງານ​ຕ່າງປະ​ເທດ, ກະຊວງ ​ແຮງ​ງານ - ທະ​ຫານ​ເສຍ​ອົງຄະ ​ແລະ ສັງຄົມ, ປະກາດ​ໃນ​ຕອນ​ບ່າຍ​ວັນ​ທີ 19/8. ນອກ​ນັ້ນ, ມີ​ຄົນ​ງານ​ຫວຽດນາມ ຕື່ມ​ອີກ 63 ຄົນອື່ນ​ໄດ້​ອອກ​ຈາກ ລີບ​ີ ​ແລະ ພວມ​ເດີນທາງ​ກັບ​ເມືອ​ປະ​ເທດ​ໃນ​ບັນດາ​ຖ້ຽວ​ບິນ​ການ​ຄ້າ​ຂອງ​ບໍລິສັດ​ການບິນ​ຕ່າງໆ.

        ຍ້ອນ​ຄົນ​ງານ ຫວຽດນາມ ​ເຮັດ​ວຽກຕາມ​ໜ່ວຍ​ຢູ່​ບັນດາ​ກິດຈະກຳ​ກໍ່ສ້າງ​ຂອງ ລີ​ບີ ​​ແລະ ກະ​ແຈກ​ກະຈາຍ​ໃນ​ບໍລິ​ເວນ​ກ້ວາງ​ຂວາງ ດັ່ງ​ນັ້ນ​ເລື່ອງ​​ເຕົ້າ​ໂຮມຄົນ​ງານ​ໄປ​ຍັງຊາຍ​ແດນ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ເພື່ອ​ຜ່ານ​ແດນ​ກັບ​ເມືອ ຫວຽດນາມ ​ກໍ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຄະນະ​ປະຕິບັດ​ງານ​ຂອງ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງການ ​ແລະ ສັງຄົມ ພ້ອມ​ກັບ​ສະຖານທູດ ຫວຽດນາມ ປະຈຳ ລີ​ບີ ​ແລະ ບັນດາ​ປະ​ເທດ​ຢູ່​ອ້ອມ​ຂ້າງ​ພວມ​ມານ​ະພະຍາຍາມ​ທີ່​ສຸດ, ​ເຖິງ​ຢ່າງ​​ໃດ​ກໍ່ຕາມ, ຄົນ​ງານ ຫວຽດນາມ ກັບ​ເມືອ​ປະ​ເທດ​ໃນ​ຊຸມ​ວັນ​ຕໍ່​ໄປ​ຈະ​ບໍ່​ສາມາດເຕົ້າ​ໂຮມ​​ດ້ວຍ​ຈຳນວນ​ຫຼາຍ​ໄດ້.

 


ຂ່າວ/ບົດ​ອື່ນ