ຄົນທຸກຍາກ,ຜູ້ມີບັດປະກັນສຸຂະພາບໄດ້ຮັບຜົນປະໂຫຍດຈາກການປັບປຸງລາຄາການບໍລິການດ້ານສາທາລະນະສຸກ

ຄົນທຸກຍາກ,ຜູ້ມີບັດປະກັນສຸຂະພາບໄດ້ຮັບຜົນປະໂຫຍດຈາກການປັບປຸງລາຄາການບໍລິການດ້ານສາທາລະນະສຸກ - ảnh 1
(ທ່ານ​ນາງ​ລັດຖະມົນຕີ​ວ່າການ​ກະຊວງ
ສາທາລະນະ​ສຸກຫວຽດນາມ ຫງວຽນ​ທິກິມຕຽນ)


(vovworld) – ​ແຕ່​ວັນ​ທີ 15/11 ຈະ​ມາ​ເຖິງ, ຕາຕະລາງ​ລາຄາ​ການ​ບໍລິການ​ສາທາລະນະ​ສຸກ​ໃໝ່ຂອງ​ຫວຽດນາມ ​ໄດ້​ນ​ຳ​ໃຊ້​ລວມໃນ​ທົ່ວ​ປະ​ເທດຢ່າງ​ເປັນ​ທາງ​ການ, ​ໃນ​ນັ້ນ​ມີ 1.800 ການ​ບໍລິການ​​ດ້ານ​ສາທາລະນະ​ສຸກ​ໄດ້​ດັດ​ປັບ​ເພີ່ມ​ຂຶ້ນ​ແຕ່ 2 – 7 ​ເທົ່າ. ຕາຕະລາງລາຄາດັ່ງກ່າວ​ໄດ້​ນຳ​ໃຊ້​ໃຫ້ທັງ​ປີ 2016, ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບການກວດ, ປິ່ນ​ປົວ​ພະຍາດ, ພ້ອມ​ທັງ​ຊ່ວຍ​ໃຫ້​ຄົນ​ທຸກ​ຍາກ ​ໄດ້​ຊົມ​ໃຊ້​ບັນດາ​ການ​ບໍລິການ​ກວດ, ປິ່ນປົວ​ພະຍາດ​ເຕັກນິກ​ສູງ.

      ​ເລື່ອງ​ປັບປຸງ​ລາຄາ​ການ​ບໍລິການ​ສາທາລະນະ​ສຸກ​ຄັ້ງ​ນີ້ ​ແມ່ນ​ປະຕິບ​ັດຕາມ​ກົດໝາຍ​ວ່າ​ດ້ວຍ​ປະກັນ​ໄພ (ສະບັບ​ປັບປຸງ), ​ໃນ​ນັ້ນ​ກ​ຳນົດວ່າ ລະຫວ່າງ​ກະຊວງ​ການ​ເງິນ, ສາທາລະນະ​ສຸກ ຕ້ອງ​ປະກາດ​ໃຊ້​​​ຈົດໝາຍ​ທາງ​ການ​ກ່ຽວ​ກັບ​ການ​​ດັດ​​ປັບ​ຢ່າງ​ເປັນເອກະ​ພາບສຳລັບ​ລາຄາການ​ບໍລິການ​​ຢູ່​ບັນດາ​ໂຮງໝໍ​ທີ່​ມີ​ຂອບ​ຂະໜາດຄື​ກັນ​ໃນ​ທົ່ວ​ປະ​ເທດ. ​ພ້ອມ​ກັນ​ນັ້ນ, ມະຕິ​ເລດ​ທີ 63 ຂອງ​ຄະນະ​ບໍລິ​ຫານງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຊຸດທີ 11 ກໍ​ສະ​ເໜີ​ໃຫ້ດັດປັບ​ລາຄາ​ການ​ບໍລິການ​ດ້ານ​ສາທາລະນະ​ສຸກ​ຕາມ​ທິດ ຄິດ​​ໄລ່​ຢ່າງ​ຖືກຕ້ອງ, ຄົບ​ຖ້ວນ, ​ໂອນ​ງົບປະມານ​ຂອງ​ລັດ ຈາກ​ການ​ສະໜອງ​ໃຫ້​ໂຮງ​ໝໍ ​ໄປ​ສູ່​ການ​ຊື້​ບັດ​ປະກັນ​ສຸຂະພາບ​ໃຫ້​ຄົນ​ທຸກ​ຍາກ ​ແລະ ຜູ້ນອນ​ໃນ​ເປົ້າ​ໝາຍ​ນະ​ໂຍບາຍ. ດຳ​ລັດ​ເລກທີ 16 ຂອງ​ລັດຖະບານທີ່ປະກາດ​ໃຊ້​ໃນ​ເດືອນ 02/2015 ກໍ​ເນັ້ນ​ໜັກ​ເຖິງ​ເລື່ອງ​ມອບ​ສິດ​ເປັນ​ເຈົ້າ​ໃຫ້​ແກ່​ບັນດາ​ໂຮງໝໍ ​ແລະ ດັດປັບ​ລາຄາ​ດ​້ານສາທາລະນະ​ສຸກ​ນັບ​ແຕ່​ປີ 2015.

      ​ໃນ​ສະ​ເພາະໜ້າ, ລາຄາ​ການ​ບໍລິການ​ດ້ານ​ສາທາລະນະ​ສຸກ​ພຽງ​ດັດປັບ​ສຳລັບ​ບັນດາ​ຄົນ​ເຈັບ​ທີ່​ມີ​ບັດ​ປະກັນສຸຂະພາບ​ເທົ່າ​ນັ້ນ. ທ່ານ​ນາງ​ລັດຖະມົນຕີ​ວ່າການ​ກະຊວງສາທາລະນະ​ສຸກຫວຽດນາມ ຫງວຽນ​ທິກິມຕຽນ ຢືນຢັນ​ວ່າ: ​ເມ​ື່ອດັດປັບລາຄາ​ການ​ບໍລິການ​ດ້ານ​ສາທາລະນະ​ສຸກ, ຄົນ​ທຸກ​ຍາກ, ຜູ້​ມີ​ບັດ​ປະກັນ​ສຸຂະພາບ​ໄດ້​ຮັບຜົນ​ປະ​ໂຫຍດຫຼາຍຢ່າງ. ຍ້ອນ​ໃນ​ປະຈຸ​ບັນ, ຕາມ​ກົດໝາຍ​ວ່າ​ດ້ວຍ​ປະກັນສຸຂະພາບ (ສະບັບ​ປັບປຸງ), ຄົນ​ທຸກ​ຍາກ​ໄດ້​ຮັບການ​ໜູນ​ຊ່ວຍ​ຈາກ​ລັດ​ຊື້​ບັດ​ປະກັນ​ໄພ 100%, ລາຍ​ຈ່າ​ຍປະກັນ​ສຸຂະພາບ​ທຸກ​ລາຍການ ​ໄດ້​ຮັບ​ການ​ໜູນ​ຊ່ວຍ 100%. ສຳລັບ​ບັນດາ​ເປົ້າ​ໝາຍນະ​ໂຍບາຍ, ​ເດັກນ້ອຍ​ມີ​ອາຍຸ​ຕຳ​ກວ່າ 6 ປີ, ປະຊາຊົນບັນດາເຜົ່າ​ສ່ວນໜ້ອຍ ​ແລະ ປະຊາຊົນ​ຢູ່ເຂດ​ທະ​​ເລໝູ່​ເກາະ, ​ເຂດ​ຫ່າງ​ໄກ​ຊອກ​ຫີຼິກ ກໍ​ໄດ້​ຮັບການ​ໜູນ​ຊ່ວຍ​ເຊັ່ນ​ດຽວ​ກັນກັບ​ຄົນ​ທຸກ​ຍາກ.

      ກະຊວງ​ສາທາລະນະ​ສຸກ ພວມ​ປະຕິບັດ​ບັນດາ​ມາດ​ຕະການ​ຢ່າງ​ຄົບ​ຊຸດ​ເພື່ອ​ຍົ​ກສູງ​ຄຸນ​ນະພາ​ບການກວດ, ປິ່ນ​ປົວພະຍາດ. ​ເລື່ອງ​ເພີ່ມ​ລາຄາ​ກາ​ນບໍລິການກວດ​, ປິນປົວພະຍາດ ພ​້ອມກັບ​ການ​ມອບ​ສິດ​ເປັນ​ເຈົ້າ​ໃຫ​້​ແກ່​ບັນດາ​ໂຮງ​ໝໍ ຈະ​ສ້າງ​ກຳລັງ​ແກ່ງ​ແຍ້ງຢ່າງ​ສະ​ເໝີ​ພາບ​ລະຫວ່າງ​ບັນດາ​ຮາກ​ຖານ​ສາທາລະນະ​ສຸກ​ພາກ​ລັດ ​ແລະ ​​ເອກະ​ຊົນ, ​ແນ່ນອນ​ວ່າ ສິ່ງ​ດັ່ງກ່າວ​ຈະ​ເຮັດ​ໃຫ້​ຄຸນ​ນະພາ​ບການກວດ, ປິ່ນປົວ​ພະຍາດ​ດ້ານ​ສາທາລະນະ​ສຸກ​ຈະ​ນັບ​ມື້​ນັບ​ດີກວ່າ.

ຂ່າວ/ບົດ​ອື່ນ