ຄຸນນະພາບການສຶກສາແມ່ນກຳລັງໜູນນຳມະຫາວິທະຍາໄລທາຍງວຽນພັດທະນາ

(VOVWORLD) -ວັນທີ 19 ພະຈິກ, ມະຫາວິທະຍາໄລທາຍງວຽນ ໄດ້ຈັດພິທີຕອບບຸນແທນຄຸນບັນດາຄູອາຈານ ເນື່ອງໃນໂອກາດສະເຫຼີມສະຫຼອງ 36 ປີແຫ່ງວັນຄູຫວຽດນາມ (20 ພະຈິກ 1982 – 20 ພະຈິກ 2018).

ຄຸນນະພາບການສຶກສາແມ່ນກຳລັງໜູນນຳມະຫາວິທະຍາໄລທາຍງວຽນພັດທະນາ - ảnh 1 ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ປະດັບຫຼຽນໄຊແຮງງານ

ໃຫ້ສ່ວນບຸກຄົນຂອງມະຫາວິທະຍາໄລທາຍງວຽນ

(ພາບ: nhandan.com.vn)

ທີ່ພິທີ, ໂດຍໄດ້ຮັບມອບສິດຈາກປະທານປະເທດ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ໄດ້ປະດັບຫຼຽນໄຊແຮງງານຊັ້ນ 2, ຫຼຽນໄຊແຮງງານຊັ້ນ 3 ໃຫ້ສ່ວນບຸກຄົນຂອງມະຫາວິທະຍາໄລທາຍງວຽນ. ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ໄດ້ໃສ່ໃຈວ່າ, ມະຫາວິທະຍາໄລທາຍງວຽນ ຄວນມີການຫັນປ່ຽນຢ່າງແຂງແຮງກວ່າກ່ຽວກັບຄຸນນະພາບການບຳລຸງສ້າງ, ຖືນັ້ນແມ່ນກຳລັງໜູນສຳຄັນເພື່ອນຳມະຫາວິທະຍາໄລທາຍງວຽນ ພັດທະນາ. ພິເສດ, ມະຫາວິທະຍາໄລ ທາຍງວຽນ ຄວນຍູ້ແຮງ ແລະ ຍົກສູງຄຸນນະພາບການຄົ້ນຄວ້າວິທະຍາສາດຫຼາຍກວ່າອີກ ເພື່ອໃຫ້ມີຫຼາຍກິດຈະການ, ຫົວເລື່ອງ, ຂໍ້ລິເລີ່ມທີ່ມີຄຸນນະພາບເພື່ອນຳເຂົ້າຊີວິດຕົວຈິງ; ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນກ່ຽວກັບຂົງເຂດການສຶກສາ.

ຕອບກັບ

ຂ່າວ/ບົດ​ອື່ນ