ຄຸນນະພາບການເຕີບໂຕຂອງຂະແໜງຕ່ຳແຜ່ນຕັດຫຍິບ ຫວຽດນາມ ປ່ຽນແປງຢ່າງເຫັນໄດ້ຊັດ

(VOVWORLD) - ປີ 2018 ການສົ່ງອອກຂອງທົ່ວຂະແໜງຕ່ຳແຜ່ນຕັດຫຍິບ ຫວຽດນາມ ໄດ້ລື່ນກາຍຕົວເລກ 36 ຕື້ USD, ເພີ່ມຂຶ້ນກ່ວາ 16 % ເມື່ອທຽບໃສ່ປີ 2017. 
ຄຸນນະພາບການເຕີບໂຕຂອງຂະແໜງຕ່ຳແຜ່ນຕັດຫຍິບ ຫວຽດນາມ ປ່ຽນແປງຢ່າງເຫັນໄດ້ຊັດ - ảnh 1ພາບປະກອບ: TTXVN

ນີ້ແມ່ນຂໍ້ມູນຂ່າວເຊິ່ງທ່ານ ເລຕ໋ຽນເຈື່ອງ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດຕ່ຳແຜ່ນຕັດຫຍິບ ຫວຽດນາມ (Vinatex) ເຜີຍໃຫ້ຮູ້ທີ່ການພົບປະກັບສື່ມວນຊົນໃນວັນທີ 26 ທັນວາ ຢູ່ ຮ່າໂນ້ຍ.

        ຕາມການນຳ Vinatex ແລ້ວ, ຕົວເລກນີ້ສະແດງໃຫ້ເຫັນວ່າຂະແໜງຕ່ຳແຜ່ນຕັດຫຍິບ ຫວຽດນາມ ບໍ່ພຽງແຕ່ເພີ່ມຂຶ້ນກ່ຽວກັບປະລິມານເທົ່ານັ້ນ ຫາກຍັງຄຸນນະພາບການເຕີບໂຕກໍ່ປ່ຽນແປງຢ່າງເຫັນໄດ້ຊັດ, ໃນນັ້ນ ຈຸດທີ່ແຕກຕ່າງໃຫຍ່ສຸດກ່ຽວກັບການສົ່ງອອກຂອງຂະແໜງຕ່ຳແຜ່ນຕັດຫຍິບໃນປີນີ້ ແມ່ນມີມູນຄ່າເພີ່ມຂຶ້ນ 5 ຕື້ USD ເມື່ອທຽບໃສ່ປີ 2017. ສິ່ງທີ່ເປັນໜ້າສົນໃຈ, ນັ້ນແມ່ນການສົ່ງອອກຂອງຂະແໜງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ໃນປີ 2018 ໄດ້ລື່ນກາຍປະເທດ ບັງກະລາເທດ, ຢືນອັນດັບທີ 3, ພຽງແຕ່ຖັດຈາກ ຈີນ ແລະ ອິນເດຍ ເທົ່ານັ້ນ.

        ຈາກບັນດາການຕີລາຄາດັ່ງກ່າວ, ທ່ານ ເລຕ໋ຽນເຈື່ອງ ຢັ້ງຢືນວ່າ ໝາກຜົນຂອງປີ 2018 ແມ່ນບັນດາຍຸດທະສາດຂອງໄລຍະຜ່ານມາ, ໃນນັ້ນ ຕົ້ນຕໍຍັງແມ່ນການລົງທຶນຜະລິດລະດັບສາກົນຢູ່ໃນລະດັບສູງ, ເຕັກໂນໂລຊີຂຽວ, ໂດຍລູກຄ້າເລືອກຈັດເຂົ້າບຸລິມະສິດໃນລະບົບສະໜອງ ແລະ ເອົາໃຈໃສ່ເຖິງຊາວຜູ້ອອກແຮງງານ.

ຕອບກັບ

ຂ່າວ/ບົດ​ອື່ນ