ຄົ້ນພົບໃໝ່ກ່ຽວກັບການ ເສຍຊີວິດຂອງທ່ານ ປະທານາທິບໍດີ ປາແລດສະຕິນ Y.Arafat

 ຄົ້ນພົບໃໝ່ກ່ຽວກັບການ ເສຍຊີວິດຂອງທ່ານ ປະທານາທິບໍດີ ປາແລດສະຕິນ Y.Arafat - ảnh 1
ອະດີດ​ປະທານາທິບໍດີ​ປາ​ແລດ​ສະຕິ​ນ Y.Arafat

 (ພາບ: cand.com.vn)

(vovworld)-​​​​ ​ ​ ມີ​ສັນຍານ​ຂອງ​ທາດກຳ​ມັນ​ຕະພາບ​ລັງສີ Polonium ​ໃນ​ສົ້ງ​ເສື້ອ​ຂອງ​ອະດີດປະທານາທິບໍດີ​ປາ​ແລດ​ສະຕິ​ນ Y.Arafat. ບັນດາ​ນັກວິທະຍາສາດ​ສະ​ວິດ ​ໄດ້​ຮັບ​ຮູ້​ສິ່ງ​ດັ່ງກ່າວ​ໃນ​ວາລະສານ Lencet ຂອງ​ອັງກິດ ​ແລະ ຖື​ວ່າ: ນີ້​ແມ່ນ​ຫຼັກ​ຖານ​ສະ​ແດງໃຫ້​ເຫັນ​ວ່າ: ການ​ນຳ​ທ່ານ​ນີ້​ຖືກ​ໃສ່​ຢາ​ພິດ ບົດ​ລາຍ​ງານ​ຂອງ Lencet ​ໃຫ້​ຮູ້​ວ່າ: ນັກວິທະຍາສາດ​ສະ​ວິດ 8 ທ່ານ​ໄດ້​ດຳ​ເນີນ​ການຄົ້ນຄ້ວາ​ຕ່າງໆ ​ແລະ ຊອກ​ເຫັນ ທາດກຳ​ມັນ​ຕະພາບ​ລັງສີ Polonium 210 ​ໃນ​ເລືອດ ​ແລະ ນ້ຳຍ່ຽວ​ຂອງ​ທ່ານ. ຫົວໜ້າ​ກຸ່ມ​ຄົ້ນຄ້ວາ​ໃຫ້​ຮູ້​ວ່າ: ພາຍຫຼັງ​ດື່ມທາດ​ພິດ​ກຳ​ມັນ​ຕະພາບ​ລັງສີ Polonium 210  ຈະ​ກໍ່​ຜົນ​ຮ້າຍ​​ເຖິງລະບົບ​ລະລາຍ ​ພ້ອມ​ກັບ ອະ​ໄວ​ຍະ​ວະ​ພາຍ​ໃນ ​ແລະ ພາ​ໄປ​ເຖິງ​ການ​ເສຍ​ຊີວິດ.

ຂ່າວ/ບົດ​ອື່ນ