ຄົ້ນເຫັນກັບດຳຂອງເຮືອບິນຖືກອຸປະຕິເຫດຢູ່ລັດເຊຍ

ຄົ້ນເຫັນກັບດຳຂອງເຮືອບິນຖືກອຸປະຕິເຫດຢູ່ລັດເຊຍ - ảnh 1
ເຫດການເຮືອບິນຖືກລະເບີດເກີດຂຶ້ນໃນວັນທີ 17/11
(ພາບ: AFP)


(vovworld) – ວັນ​ທີ 18/11, ຄະນະ​ກຳມະການ​ການບິນລະຫວ່າງ​ຊາດ ລັດ​ເຊຍ ​ໄດ້​​ແຈ້ງ​ໃຫ້​ຮູ້​ວ່າ​, ກັບ​ດຳ​ຂອງ​ເຮື​ອບິນ Boeing 737 ທີ່ຖືກ​ລະ​ເບີດ​ເມື່ອວັນ​ທີ 17/11 ​ເມື່​ອຈອດລົງສະໜາມ​ບິນນະຄອນ Kazan, ​ເມືອງ​ເອກ​ຂອງ ສ. Tatarstan ຂຶ້ນ​ກັບ​ສະຫະພັນ ລັດ​ເຊຍ ​ເຮັດ​​ໃຫ້ 50 ຄົນ​ເສຍ​ຊີວິດ, ຖືກ​ເປ​ເພ. ຕາມ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ສະພາວະ​ສຸກ​ເສີນ ລັດ​ເຊຍ Vladimir Stepanov ​ແລ້ວ, ປະຈຸ​ບັນ, 2 ສ່ວນ​ຂອງ​ກັບ​ດຳ​ດັ່ງກ່າວ​ໄດ້​ສົ່ງ​ໄປ​ຍັງ ມົດ​ສະ​ກູ​ ​ເພື່ອ​ກວດກາ​ແລ້ວ.

    ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ການ​ຂົນ​ສົ່ງ ອາ​ເມ​ລິ​ກາ ​ໄດ້​ສົ່ງ​ກຸ່ມ​ຊ່ຽວຊານ ​ໄປ​ຍັງ ລັດ​ເຊຍ ​ເມື່ອສື​ບສວນ​ອຸປະຕິ​ເຫ​ດດັ່ງກ່າວ. ຕາມ​ຄຳ​ຮຽກຮ້ອງ​ຂອງ​ຄະນະ​ກຳມະການ​ທາງ​ອາກາດ​ລະ​ຫວ່າງ​ຊາດ ລັດ​ເຊຍ ​ແລ້ວ, ກຸ່ມ​ບໍລິ​ສັດ Boeing ກໍ່ຈະ​ໜູນ​ຊ່ວຍ​ສືບສວນ​ສາຍ​ເຫດ​ຂອງ​ອຸປະຕິ​ເຫດ​ດັ່ງກ່າວ. ຕາມ​ແຫຼ່ງຂ່າວ​ຈຳນວນ​ໜຶ່ງ​ແລ້ວ, ​ເຮືອ​ບິນ Boeing 737 ລຳ​ດັ່ງກ່າວ​ເຄີຍ​ຖືກ​ອຸປະຕິ​ເຫດ​ຢູ່ ບຣາຊິນ ກ່ອນ​ນີ້ 12 ປີ, ​ເມື່ອ​ຈອດ​ລົງສະໜາມ​ບິນ​ນະຄອນ Belo – Orizonti ຂອງ ບຣາຊິນ.

 

 

ຂ່າວ/ບົດ​ອື່ນ