ຄູ​ຝຶກ Park Hang – seo: ຫວຽດ​ນາມ ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ທຸກ​ຄູ່​ແຂ່ງ​ໃນ​ຮອບ​ຮອ​ງ​ຊະ​ນະ​ເລີດ

(VOVWORLD) - ໃນການແຂ່ງຂັນນັດທີ 4, ສາຍ A, ປະເພດກິລາບານເຕະຊາຍ, ຢູ່ຊີເກມ 31, ຫົວໜ້າຄູຝຶກທິມບານເຕະ U23 ຫວຽດນາມ Park Hang – seo ກຽມພ້ອມແຂ່ງຂັນກັບ ໄທ ຫຼື ມາເລເຊຍ ຢູ່ຮອບຮອງຊະນະເລີດ ຊີເກມ 31. 
ຄູ​ຝຶກ Park Hang – seo: ຫວຽດ​ນາມ ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ທຸກ​ຄູ່​ແຂ່ງ​ໃນ​ຮອບ​ຮອ​ງ​ຊະ​ນະ​ເລີດ - ảnh 1ຄູຝຶກ Park Hang – seo (ພາບ: nhandan.vn)

ກ່າວຄຳເຫັນທີ່ການປະຊຸມຖະແຫຼງຂ່າວ ພາຍຫຼັງເອົາຊະນະ Timor Leste ດ້ວຍ 2 – 0 ໃນຕອນຄ່ຳວັນທີ 15 ພຶດສະພາ, ໃນການແຂ່ງຂັນນັດທີ 4, ສາຍ A, ປະເພດກິລາບານເຕະຊາຍ, ຢູ່ຊີເກມ 31, ຫົວໜ້າຄູຝຶກທິມບານເຕະ U23 ຫວຽດນາມ Park Hang – seo ກຽມພ້ອມແຂ່ງຂັນກັບ ໄທ ຫຼື ມາເລເຊຍ ຢູ່ຮອບຮອງຊະນະເລີດ ຊີເກມ 31. ທ່ານ Park Hang – seo ໃຫ້ຮູ້ວ່າ ທິມບານເຕະ U23 ຫວຽດນາມ ຕ້ອງປັບປຸງຮູບຖານການຈັດຕັ້ງ, ພະຍາຍາມສຸດຂີດ ແລະ ຕັ້ງໃຈສູງສຸດໃຫ້ນັດແຂ່ງຂັນຕໍ່ໄປ.

        ໃນການແຂ່ງຂັນ 4 ນັດຢູ່ສະໜາມກິລາ ຫວຽດຈີ່ ຫວຽດນາມ ໄດ້ 10 ຄະແນນ, ນຳໜ້້າ 1 ສາຍ A, ເຊິ່ງມີຄະແນນລື່ນກາຍທິມທີ 2 ເຊິ່ງແມ່ນ ອິນໂດເນເຊຍ 1 ຄະແນນ. ໂດຍຍັງບໍ່ທັນກຳນົດໄດ້ເທື່ອວ່າ ທິມ ຫວຽດນາມ ຈະເຕະກັບທິມໃດຢູ່ສາຍ B ໃນຮອບຮອງຊະນະເລີດເຊິ່ງຈະຮູ້ພາຍຫຼັງການແຂ່ງຂັນນັດສຸດທ້າຍຂອງສາຍ B ໃນມື້ນີ້ (ວັນທີ 16 ພຶດສະພາ) ລະຫວ່າງ ໄທ ມີ 6 ຄະແນນ ແລະ ທິມ ມາເລເຊຍ ມີ 7 ຄະແນນ.

ຕອບກັບ

ຂ່າວ/ບົດ​ອື່ນ