ຄຸ້ມ​ຄອງ​ຜົນ​ກະ​ທົບ​ຂອງ​ເຕັກ​ໂນ​ໂລ​ຢີ​ຕໍ່​ວຽກເຮັດ​ງານ​ທຳ, ຊາວ​ຜູ້​ອອກ​ແຮງ​ງານ ແລະ ສາຍ​ພົວ​ພັນ​ວຽກ​ເຮັດ​ງານ​ທຳ​ໃນ ອາ​ຊຽນ

(VOVWORLD) -ຕອນບ່າຍວັນທີ 2 ທັນວາ ໄດ້ດຳເນີນກອງປະຊຸມສຳມະນາຄຸ້ມຄອງຜົນກະທົບຂອງເຕັກໂນໂລຢີຕໍ່ວຽກເຮັດງານທຳ, ຊາວຜູ້ອອກແຮງງານ ແລະ ສາຍພົວພັນວຽກເຮັດງານທຳໃນ ອາຊຽນ.

 ເຫດການດັ່ງກ່າວ ໂດຍກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຈັດຂຶ້ນຕາມຮູບການທາງໄກ, ແນໃສ່ປະຕິບັດໂຄງການວຽກເຮັດງານທຳຂອງກະຊວງແຮງງານ ອາຊຽນ.

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ແບ່ງປັນກ່ຽວກັບໝາກຜົນຂອງບົດລາຍງານການຄົ້ນຄວ້າກ່ຽວກັບການປ່ຽນແປງເນື້ອແທ້ຂອງການພົວພັນແຮງງານພາຍໃຕ້ຜົນກະທົບຂອງການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ຄວາມເໝາະສົມຂອງກົດໝາຍໃນການດັດປັບການພົວພັນວຽກເຮັດງານທຳ; ພ້ອມທັງແລກປ່ຽນກ່ຽວກັບຮູບແບບທີ່ດີໃນການຄຸ້ມຄອງ, ການປ່ຽນແປງກ່ຽວກັບການພົວພັນວຽກເຮັດງານທຳ ຍ້ອນໝູນໃຊ້ວິທະຍາສາດເຕັກໂນໂລຢີ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາກໍໄດ້ເຕື້ອງເຖິງບັນດາໂຄງການຮັບມືກັບອະນາຄົດຂອງວຽກເຮັດງານທຳຂອງບັນດາປະເທດໃນພາກພື້ນ, ປຶກສາຫາລືກ່ຽວກັບການກຳນົດທິດການຮ່ວມມືໃນອະນາຄົດໃນຂົງເຂດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ