ຄຸ້ມຖະໜົນຍ່າງ ໂຮ່ຮ່ວານກ໊ຽມ ມີສີສັນຫຼາກຫຼາຍຂອງບັນດາຊົນເຜົ່າຢູ່ແຂວງ ເຊີນລາ - ໄຕບັກ

(VOVWORLD) - ໄປຄຽງຄູ່ກັບລາຍການສະແດງສິລະປະທີ່ເປັນເອກະລັກ, ຊາວນະຄອນຫຼວງ ຮ່າໂນ້ຍ ແລະ ແຂກທ່ອງທ່ຽວຍັງໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳບັນດາຊົນເຜົ່າແຂວງ ເຊີນລາຄື: ການສະແດງສິລະປະຕາມທ້ອງຖະໜົນ; ການລະຫຼິ້ນ ພື້ນເມືອງຂອງບັນດາຊົນເຜົ່າ
ຄຸ້ມຖະໜົນຍ່າງ ໂຮ່ຮ່ວານກ໊ຽມ ມີສີສັນຫຼາກຫຼາຍຂອງບັນດາຊົນເຜົ່າຢູ່ແຂວງ ເຊີນລາ - ໄຕບັກ - ảnh 1ຮ້ານວາງສະແດງຜະລິດຕະພັນ OCOP ແຂວງເຊີນລາ ຢູ່ຄຸ້ມຖະໜົນຍ່າງອ້ອມ ໂຮ່ຮ່ວານກ໊ຽມ

ຕອນຄ່ຳວັນທີ 21 ຕຸລາ, ຢູ່ຄຸ້ມຖະໜົນຍ່າງອ້ອມ ໂຮ່ຮ່ວານກ໊ຽມ (ຮ່າໂນ້ຍ), ແຂວງ ເຊີນລາໄດ້ສົມທົບກັບນະຄອນ ຮ່າໂນ້ຍ ໄຂເຫດການ “ສີສັນເຊີນລາ -  ໄຕບັກ” ຄັ້ງທີ II ປີ 2022.

        ໄປຄຽງຄູ່ກັບລາຍການສະແດງສິລະປະທີ່ເປັນເອກະລັກ, ຊາວນະຄອນຫຼວງ ຮ່າໂນ້ຍ ແລະ ແຂກທ່ອງທ່ຽວຍັງໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳບັນດາຊົນເຜົ່າແຂວງ ເຊີນລາຄື: ການສະແດງສິລະປະຕາມທ້ອງຖະໜົນ; ການລະຫຼິ້ນ ພື້ນເມືອງຂອງບັນດາຊົນເຜົ່າ; ສິລະປິນປະດິດແຕ່ງ ແລະ ສະແດງເຄື່ອງດົນຕີຊົນເຜົ່າ… ບັນດາປະເພດສິລະປະຊົນເຜົ່າ ເຊີນລາ ຈະມີໂອກາດໄດ້ໂຄສະນາ, ແນະນຳໃຫ້ແຂກທ່ອງທ່ຽວ…

        ຄຽງຄູ່ກັນນັ້ນ, ເຂດທ່ອງທ່ຽວຍັງໄດ້ວາງສະແດງບັນດາຜະລິດຕະພັນ, ສື່ສິ່ງພິມດ້ານວັດທະນະທຳ, ທ່ອງທ່ຽວ; ວາງສະແດງບັນດາຜະລິດຕະພັນຮູບພາບງາມກ່ຽວກັບການທ່ອງທ່ຽວເຊີນລາ; ກອງປະຊຸມຮ່ວມສຳພັນພັດທະນາຜະລິດຕະພັນທ່ອງທ່ຽວໃໝ່, ລາຍການທ່ອງທ່ຽວ ຮ່າໂນ້ຍ - ເຊີນລາ ດ້ວຍຫົວຂໍ້ວ່າ “ເຊີນລາ, ຈຸດນັດພົບທີ່ແຕກຕ່າງ, ປອດໄພ ແລະ ດຶງດູດໃຈ”; ການສຳຫຼວດບາງຜະລິດຕະພັນການທ່ອງທ່ຽວໃໝ່ຂອງນະຄອນຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ