ຄ​ລິບ​ເພງຕອບ​ສະ​ໜອງ​​ບັ້ນ​ໂຄ​ສະ​ນາກ່ຽວ​ກັບໂລ​ກ​ລະ​ບາດ​ໂຄວິດ - 19 ດ້ວຍ​ຫົວ​ຂໍ້ “ຄວາມ​ເຊື່ອ​ໝັ້ນຕໍ່​ໄຊ​ຊະ​ນະ”

(VOVWORLD) -  ເວລາ 20 ໂມງ ຂອງວັນທີ 24 ສິງຫາ, ຄລິບເພງ “ຫວຽດນາມໝັ້ນໃຈ” ໄດ້ແຜ່ພາບຢ່າງກວ້າງຂວາງໃນບັນດາໂປຼແກຼມກ່ຽວກັບດົນຕີຂອງຫວຽດນາມ ແລະ ສາກົນ.
ຄ​ລິບ​ເພງຕອບ​ສະ​ໜອງ​​ບັ້ນ​ໂຄ​ສະ​ນາກ່ຽວ​ກັບໂລ​ກ​ລະ​ບາດ​ໂຄວິດ - 19 ດ້ວຍ​ຫົວ​ຂໍ້ “ຄວາມ​ເຊື່ອ​ໝັ້ນຕໍ່​ໄຊ​ຊະ​ນະ” - ảnh 1ຄລິບເພງ ຫວຽດນາມໝັ້ນໃຈ ໄດ້ນຳມາສະເໜີຕໍ່ມະຫາຊົນດ້ວຍຄວາມປາດຖະໜາ ສົ່ງສານຕ່າງໆກ່ຽວກັບນ້ຳໃຈຄວາມສາມັກຄີ, ຮຽກຮ້ອງປະຊາຊົນສ້າງຄວາມຊິນເຄີຍຕ່າງໆໃຫ້ແທດເໝາະກັບສະພາບການໃໝ່, ປະຕິບັດເປົ້າໝາຍຄວບຄູ່  (ພາບ: hanoimoi.com.vn)

       ໄປຄຽງຄູ່ກັນນັ້ນ, ຄລິບດັ່ງກ່າວ ຈະໄດ້ເອົາລົງໃນຊ່ອງສື່ສານຂອງໂຄງການພັດທະນາ ສປຊ, ສະຖາບັນສຸຂະພາບອາຊີບ ແລະ ສິ່ງແວດລ້ອມ, Grab ຫວຽດນາມ, ບັນດາໂປຼແກຼມກ່ຽວກັບດົນຕີຂອງຫວຽ,ນາມ ແລະ ສາກົນຄື Spotify, Facebook, Keeng…. ຄລິບເພງ “ຫວຽດນາມໝັ້ນໃຈ” ແມ່ນບົດເພງພັນລະນາກ່ຽວກັບບັ້ນໂຄສະນາການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ດ້ວຍຫົວຂໍ້ “ຄວາມເຊື່ອໝັ້ນຕໍ່ໄຊຊະນະ” ໂດຍກະຊວງສາທາລະນະສຸກສົມທົບກັບໂຄງການພັດທະນາ ສປຊ ແລະ ສະຖາບັນສຸຂະພາບອາຊີບ ແລະ ສິ່ງແວດລ້ອມ ຈັດຕັ້ງປະຕິບັດ. ຄລິບດັ່ງກ່າວໄດ້ນຳມາສະເໜີຕໍ່ມະຫາຊົນດ້ວຍຄວາມປາດຖະໜາ ສົ່ງສານຕ່າງໆກ່ຽວກັບນ້ຳໃຈຄວາມສາມັກຄີ, ຮຽກຮ້ອງປະຊາຊົນສ້າງຄວາມຊິນເຄີຍຕ່າງໆໃຫ້ແທດເໝາະກັບສະພາບການໃໝ່, ປະຕິບັດເປົ້າໝາຍຄວບຄູ່ ທັງປ້ອງກັນ, ສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນ, ທັງຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ. ຄລິບດັ່ງກ່າວກໍເປັນການສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບໃນແນວໜ້າຂອງການປ້ອງກັນ, ສະກັດກັ້ນໂລກລະບາດ, ຖັນແຖວນັກຊ່ຽວຊານ, ທ່ານໝໍ, ພະນັກງານການແພດ, ທະຫານ... ບຸກຄົນທີ່ພວມມານະພະຍາຍາມທັງເວັນ ແລະ ຄືນ ເພື່ອຍູ້ໂລກລະບາດໃຫ້ຖອຍໄປ.  

ຕອບກັບ

ຂ່າວ/ບົດ​ອື່ນ