ຄວນຍູ້ແຮງວຽກງານໃຫ້ຄຳປຶກສາແນະນຳວິຊາຊີບແກ່ຊາວໜຸ່ມ,ເຍົາວະຊົນ

ຄວນຍູ້ແຮງວຽກງານໃຫ້ຄຳປຶກສາແນະນຳວິຊາຊີບແກ່ຊາວໜຸ່ມ,ເຍົາວະຊົນ - ảnh 1
ກອງ​ປະ​ຊຸມ​ສະ​ຫລຸບ 6 ປີ​ແຫ່ງ​ການ​ຜັນ​ຂະ​ຫຍາຍ​​ການປະ​ຕິ​ບັດ​ແຜນ​ຮ່າງ “ໜູນ​ຊ່ວຍ​ຊາວ​ໜຸ່ມ​ຮຽນ​ວິ​ຊາ​ຊີບ ແລະ ສ້າງວຽກ​ເຮັດ​ງານ​ທຳ​ໄລ​ຍະ 2008 - 2015”

(vovworld) – ຄະ​ນະ​ຊາວ​ໜຸ່ມ​ຄວນ​ສຸມ​ໃສ່​ຍູ​້​ແຮງວຽກ​ງານ​​ໃຫ້​ຄຳ​ປຶກ​ສາ​ແນະ​ນຳ​ວິ​ຊາ​ຊີບ​​ແກ່ຊາວ​ໜຸ່ມ, ເຍົາ​ວະ​ຊົນ, ໃນ​ນັ້ນ​ນອກ​ຈາກ​​ໃຫ້​ຄຳ​ປຶກ​ສາ​​ແກ່​ນັກ​ຮຽ​ນ, ຄູ​ສອນ​ແລ້ວ​​ຍັງ​ໃຫ້​ຄຳປຶກ​ສາ​ແກ່​ພໍ່​ແມ່​ນັກ​ຮຽນ​ອີກ​ດ້ວຍ, ຈາກນັ້ນ​ປ່ຽນ​ແປງ​ຄວາມ​ຮັບ​ຮູ້​ສັງ​ຄົມ​ກ່ຽວ​ກັບ​ບັນ​​ຫາຮຽນ​ວິ​ຊາ​ຊີບ ແລະ ວຽກ​ເຮັດ​ງານ​ທຳ. ນີ້​ແມ່ນ​ບັນ​ຫາ​​ທີ່​ຜູ້​ແທນຫຼາຍ​ທ່ານ​​ໄດ​້ປຶກ​ສາ​ຫາ​ລື​​ໃນກອງ​ປະ​ຊຸມ​ສະ​ຫລຸບ 6 ປີ​ແຫ່ງ​ການ​ຜັນ​ຂະ​ຫຍາຍ​​ການປະ​ຕິ​ບັດ​ແຜນ​ຮ່າງ “ໜູນ​ຊ່ວຍ​ຊາວ​ໜຸ່ມ​ຮຽນ​ວິ​ຊາ​ຊີບ ແລະ ສ້າງວຽກ​ເຮັດ​ງານ​ທຳ​ໄລ​ຍະ 2008 - 2015”, ໂດຍ​ສູນກ​າງ​ຄະ​ນະ​ຊາວ​ໜຸ່ມ ກອມ​ມູ​ນິດ ໂຮ່​ຈີ​ມິນ ຈັດ​ຕັ້ງ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ ໃນ​ວັນ​ທີ 20/1. ຜ່ານ 6 ປີ​ແຫ່ງ​ການ​ປະ​ຕິ​ບັດ​ແຜນ​ຮ່າງ, ຄະ​ນະ​ຊາວ​ໜຸ່ມ​ທຸກ​ຂັ້ນ​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມຫຼາຍ​ຢ່າງ​ເພື່ອ​ໂຄ​ສະ​ນາ​ເຜີຍ​ແຜ່​ປ່ຽນ​ແປງ​​ຄວາມຮັບ​ຮູ້​ຂອງ​ສະ​ມາ​ຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ກ່ຽວ​ກັບ​ວິ​ຊາ​ຊີບ. ໂດຍ​ເສີ​ມ​ຂະ​ຫຍາຍ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ສືບ​ຕໍ່​ສົມ​ທົບ​ກັບ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສ​ັງ​ຄົມ ​ສ້າງ​ແຜນ​ຮ່າງ​​ໃຫ້​ຄຳ​ປຶກ​ສາ​ແນະ​ນຳ​ວິ​ຊາ​ຊີບ ແລະ ແນະ​ນຳ​ວຽກ​ເຮັດ​ງາ​ນ​ທຳ​​ແກ່​ຊາວ​ໜຸ່ມ​ໄລ​ຍະ 2016 – 2020. ພິ​ເສດ, ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມ ເອົາ​ໃຈ​ໃສ່​ເຖິງ​ການ​ຍົກ​ສ​ູງ​ກຳ​ລັງ​ຄວາມ​ສາ​ມາດ​ໃຫ້​ພະ​ນັກ​ງານ​ຊາວ​ໜຸ່ມ​ຢູ່​ຮາກ​ຖານ, ພະ​ນັກ​ງານ​​ຊາວ​ໜຸ່ມ​ໃນ​ບັນ​ດາ​ໂຮງ​ຮຽນ​ມັດ​ຖະ​ຍົມ​ຕອນ​ຕົ້ນ ແລະ ມັດ​ທະ​ຍົມ​ຕອນ​ປາຍ.

 


ຂ່າວ/ບົດ​ອື່ນ